ໄຂເວທີປາໄສການຮ່ວມມືເສດຖະກິດເຂດທົ່ງພຽງ ແມ່ນ້ຳຂອງ 2013

ໄຂເວທີປາໄສການຮ່ວມມືເສດຖະກິດເຂດທົ່ງພຽງ ແມ່ນ້ຳຂອງ 2013 - ảnh 1
(ໄຂ​ເວທີ​ປາ​ໄສ​ກາ​ນຮ່ວມ​ມື​ເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ 2013)


(vovworld) – ຕອນ​ຄຳ່ວັນ​ທີ 25/11 ທີ່ນະຄອນ​ ຫວິ​ງລອງ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂເວທີ​ປາ​ໄສ​ກາ​ນຮ່ວມ​ມື​ເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ 2013​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ ຖື​ວ່າ ຜ່ານ​ການ​ເຄື່ອນ​​ໄຫວລະອຽດຕ່າງໆ​ທີ່​ເວທີ​ປາ​ໄສ, ບັນ​ດາ​ອົງການກ່ຽວຂ້ອງ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ພ້ອມ​ກັນ​ແລກປ່ຽນ, ຮ່ວມ​ມື, ຊອກ​ຮູ້, ​ເລືອກ​ເຟັ້ນບັນດາ​ໂຄງການທີ່ມີຄວາມສາມາດບົ່ມຊ້ອນສຸມໃສ່ພັດທະນາເຂດທົ່ງພຽງແມ່ນ້ຳ ຂອງ​ໃຫ້​ກ່າຍ​ເປັນ​ສະຖານ​ທີ່​ສຳຄັນ​ໃນ​ການ​ຜະລິດ​ສິນຄ້າ; ສິນ​ໃນ​ນ້ຳ; ພັດທະນາ​ການທ່ອງທ່ຽວຊີວະ​ພາບ. ກ່ຽວກັບ​​​ທິດ​ທາງພັດທະນາເຂດທົ່ງພຽງແມ່ນ້ຳຂອງ​ໃນ​ໄລຍະ​ຈະ​ມາ​ເຖີງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ ຊີ້ນຳວ່າ:

       ຂ້າພະ​ເຈົ້າສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງການ​ສູນ​ກາງ​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​ເອົາ​ໃຈ​ໃສ່​ກວ່າ​ອີກ​ຕໍ່ຈຸດໝາຍສຳຄັນ​ທີ່​ສຸດ​ຂອງ​ເວທີ​ປາ​ໄສ​ນັ້ນແມ່ນ​ສົມທົບກັນ​ຢ່າງແໜ້ນ​ແຟ້ນລະ​ຫວ່າງພັດທະນາ​ເສດຖະກິດ​ກັບ​ຮັບປະກັນ​ຊີວິດ​ສັງຄົມ, ​ເບິ່ງ​ແຍງ​ດູ​ແລຊີວິດທາງ​ດ້ານ​ວັດຖຸ​ໃຫ້ປະຊາຊົນ, ພິ​ເສດ​ແມ່ນ​ສຳລັບ​ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜົ່າ, ປະຊາຊົນ​ຢູ່​​ເຂດຫ່າງໄກສອກຫຼິກ. ຄຽງຂ້າງ​ນັ້ນ, ການ​ເຄື່ອນ​ໄຫວ​ຂອງເວທີ​ປາ​ໄສຕ້ອງ​ຕິດ​ກັບ​ສະພາບຕົວ​ຈິງ​​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ​ທີ່​ໄດ້​ວາງ​ອອກ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ເຂດ.”

ຂ່າວ/ບົດ​ອື່ນ