ໄຂເວທີປາໄສຊາວໜຸ່ມກຳປູເຈຍ-ລາວ-ຫວຽດນາມຄັ້ງທີ6

ໄຂເວທີປາໄສຊາວໜຸ່ມກຳປູເຈຍ-ລາວ-ຫວຽດນາມຄັ້ງທີ6 - ảnh 1
(ໄຂເວທີປາໄສຊາວໜຸ່ມກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 6)

(vovworld) - ເວ​ທີ​ປາ​ໄສ​ຊາວ​ໜຸ່ມ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ ກຳ​ປູ​ເຈ​ຍ - ລາວ - ຫວຽດນາມ ຄັ້ງ​ທ​ີ 6 ​ຖືກ​ໄຂ​ຂຶ້ນ​​ຢູ່​ແຂວງ ຈຳ​ປາ​ສັກ, ໃນ​ວັນ​ທີ 09/12, ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄະ​ນະ​​ກຳ​ມະ​ການປະ​ສານ​ງານ​ລວ​ມ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ ກຳ​ປູ​ເຈ​ຍ - ລາວ - ຫວຽດນາມ ຄັ້ງ​ທີ 10. ເວ​ທີ​ປາ​ໄສ​ແມ່ນ​ເຫດ​ການ​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ ແລະ ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ກາ​ນ​ພົວ​ພັ​ນ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ 3 ປະ​ເທດ.

      ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ອາ​ລຸນ​ໄຊ ສູນ​ນະ​ລາດ, ຫົວ​ໜ້າ​ຫ້ອງ​ການ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ທັງ​ເປັນ​ຫົວ​ໜ້າ​ຄະ​ນະ​ຜູ​ເ​ແທນ​ຊາວ​ໜຸ່ມ​ລາວ ໃຫ້​ຮູ້​ວ່າ.

(ທ່ານ ອາ​ລຸນ​ໄຊ ສູນ​ນະ​ລາດ)

      ໃນ​ຂ​ອບ​ເຂດ​ຂອງ​ເວ​ທີ​ປາ​ໄສ, ວັນ​ທີ 10/12, 3 ປະ​ເທດ​ຈະ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ ຮ່ວມ​ມື​ຊາວ​ໜຸ່ມ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ເພື່ອ​ຢືນ​ຢັນ​ທັດ​ສະ​ນະ ແລະ ທິດ​ທາງ​ຮ່ວມ​ມື​ຂອງ​ຊາວ​ໜຸ່ມ 3 ປະ​ເທດ.

ຂ່າວ/ບົດ​ອື່ນ