ໄຂເວທີປາໄສຮ່ວມມືເສດຖະກິດ ອິນເດຍ Horasis 2022

(VOVWORLD) -ເວທີປາໄສແມ່ນໂອກາດເພື່ອໃຫ້ລັດຖະບານ, ວິສາຫະກິດຂອງ 2 ປະເທດ ພ້ອມກັນແບ່ງປັນວິໄສທັດ, ແນວຄິດ, ແຜນການເຄື່ອນໄຫວຮ່ວມມື ເພື່ອພ້ອມກັນພັດທະນາ.
ໄຂເວທີປາໄສຮ່ວມມືເສດຖະກິດ ອິນເດຍ Horasis 2022 - ảnh 1ພິທີໄຂເວທີປາໄສຮ່ວມມືເສດຖະກິດ ອິນເດຍ Horasis 2022
(ພາບ: daibieunhanhdan.vn)

        ຕອນເຊົ້າວັນທີ 26 ກັນຍາ, ຢູ່ແຂວງ ບິ່ງເຢືອງ, ຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ພ້ອມກັບອົງການສົ່ງເສີມການລົງທຶນສາກົນ (Horasis), ສະຫະພັນອຸດສາຫະກຳ ອິນເດຍ, ໄຂເວທີປາໄສຮ່ວມມືເສດຖະກິດ ອິນເດຍ Horasis 2022 ດ້ວຍຫົວຂໍ້ “ຫວຽດນາມ ຂະຫຍັນຂັນເຄື່ອນ - ວິໄສທັດໃໝ່”. ຜ່ານເວທີປາໄສ, ແຂວງ ບິ່ງເຢືອງ ປາດຖະໜາຢາກຊອກເຫັນບັນດາມາດຕະການສຳຄັນ ປະກອບສ່ວນເຂົ້າໃນການບຸກທະລຸໃນການພັດທະນາເສດຖະກິດ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ, ເວທີປາໄສແມ່ນໂອກາດເພື່ອໃຫ້ລັດຖະບານ, ວິສາຫະກິດຂອງ 2 ປະເທດ ພ້ອມກັນແບ່ງປັນວິໄສທັດ, ແນວຄິດ, ແຜນການເຄື່ອນໄຫວຮ່ວມມື ເພື່ອພ້ອມກັນພັດທະນາ.

        “ປຶກສາຫາລືລົງເລິກກ່ຽວກັບບັນດາມາດຕະການຊຸກຍູ້ການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ, ນຳ ຫວຽດນາມ ໃຫ້ເປັນຂົວເຊື່ອມຕໍ່ສຳຄັນຫຼັກລະຫວ່າງ ອິນເດຍ ແລະ ບັນດາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຈາກນັ້ນ ມຸ່ງໄປສູ່ພາກພື້ນອື່ນຂອງ ອາຊີ. ພິເສດ, ສົ່ງເສີມບັນດາມາດຕະການປ່ຽນແປງໃໝ່ປະດິດຄິດສ້າງຢ່າງແຮງກວ່າ ເພື່ອບັນລຸໝາກຜົນທີ່ແທດຈິງ”.

        ເນື່ອງໃນໂອກາດນີ້, ບໍລິສັດ Becamex ແລະ ສະຫະພັນອຸດສາຫະກຳ ອິນເດຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືພັດທະນາປ່ຽນແປງໃໝ່ປະດິດຄິດສ້າງ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ