ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ ຫວຽດ​ນາມ ປີ 2023

(VOVWORLD) - ຕອນເຊົ້າວັນທີ 19 ກັນຍາ, ຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເປັນປະທານພິທີໄຂເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ ປີ 2023, ດ້ວຍຫົວຂໍ້ “ເພີ່ມທະວີກຳລັງພາຍໃນ, ສ້າງກຳລັງໜູນໃຫ້ແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ”.
ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ ຫວຽດ​ນາມ ປີ 2023 - ảnh 1ເວທີປາໄສ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 19 ກັນ (ພາບ: VOV)

 ພາຍຫຼັງທີ່ທົບທວນຄືນບັນດາຜົນງານພັດທະນາເສດຖະກິດ ເຊິ່ງ ຫວຽດນາມ ບັນລຸໄດ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍຍົກໃຫ້ເຫັນບັນດາຄວາມຫຍຸ້ງຍາກ ເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າ. ທ່ານຢັ້ງຢືນວ່າ:

        “ຈາກສະພາບຕົວຈິງທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຢ່າງໜັກໜ່ວງໃນໂລກລະບາດໂຄວິດ - 19 ຄືໃນ 3 ປີຜ່ານມາ, ໜຶ່ງໃນບັນດາບົດຮຽນສຳຄັນທີ່ສຸດ ແມ່ນສ້າງ ແລະ ຊຸກຍູ້ກຳລັງແຮງພາຍໃນເພື່ອຮັບມືກັບສິ່ງທ້າທາຍ ແລະ ລັກສະນະຂາດສະຖຽນລະພາບຂອງບັນດາປັດໄຈພາຍນອກ. ພວກເຮົາຕ້ອງເພີ່ມທະວີ, ເສີມຂະຫຍາຍ “ກຳລັງແຮງພາຍໃນ”, ໝູນໃຊ້, ຂຸດຄົ້ນ “ກຳລັງແຮງພາຍນອກ” ຢ່າງມີປະສິດທິຜົນ ເພື່ອປັບຕົວ ແລະ ພັດທະນາ, ນີ້ໄດ້ຮັບຖືວ່າ ແມ່ນໜ້າທີ່ແຖວໜ້າ ແລະ ລຸລ່ວງເປັນພິເສດໃນສະພາບການໃໝ່ ດ້ວຍການຜັນແປ, ຄວາມສ່ຽງທີ່ນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ຕ້ອງສຸມໃສ່ແກ້ໄຂບັນດາສິ່ງທ້າທາຍຢູ່ພາຍໃນ ແລະ ໃນຕໍ່ໜ້າ ແລະ ນັບທັງໃນໄລຍະກາງ ແລະ ໄລຍະຍາວອີກດ້ວຍ.”

ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ ຫວຽດ​ນາມ ປີ 2023 - ảnh 2ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

        ພາຍຫຼັງພິທີໄຂ, ໄດ້ດຳເນີນກອງປະຊຸມຫົວເລື່ອງສະເພາະ “ເພີ່ມທະວີກຳລັງແຮງພາຍໃນ, ແກ້ໄຂແຫຼ່ງກຳລັງ, ໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ”. ທ່ານ Jochen Schmittmann, ຜູ້ຕາງໜ້າ ກອງທຶນເງິນຕາສາກົນ (IMF) ປະຈຳ ຫວຽດນາມ, ຖືວ່າ ໃນອະນາຄົດ, ເສດຖະກິດ ຫວຽດນາມ ຈະໄດ້ຮັບການຟື້ນຟູ, ໂດຍສະເພາະແມ່ນການສົ່ງອອກ ແລະ ສັນຍານອັນຕັ້ງໜ້າຈາກຕະຫຼາດອະສັງຫາລິມະຊັບ.

ຕອບກັບ

ຂ່າວ/ບົດ​ອື່ນ