ໄຊຊະນະວັນທີ 30/4 ມີການຊ່ວຍເຫຼືອ ຂອງກຳລັງປະກອບອາວຸດອະດີດ ສະຫະພາບໂຊວຽດ

ໄຊຊະນະວັນທີ 30/4 ມີການຊ່ວຍເຫຼືອ ຂອງກຳລັງປະກອບອາວຸດອະດີດ ສະຫະພາບໂຊວຽດ - ảnh 1

(ພາບ:ຂ່າວສານ​ຫວຽດນາມ)

(vovworld)- ​​ວັນທີ  25/4,  ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກຮົບ​ເກົ່າ​ອະດີດ​ສະຫະພາບໂຊ​ວຽດ ​ເຄີຍ​ເຂົ້າຮ່ວມ​ການ​ສູ້​ຮົບ​ຢູ່​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 38 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975-30/402013), ທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຢືນຢັນ​ວ່າ: ປະຊາຊົນ​ຫວຽດນາມ ຍາດ​ໄດ້​ໄຊຊະນະຢ່າງ​ສົມບູນ​ໃນ​ການ​ຕໍ່ຕ້ານ​ຍາດ​ເອົາ​ເອກະລາດ​​ແຫ່ງ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແມ່ນ​ຍ້ອນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອັນ​ໃຫ່ຍຫຼວງ, ສຸດ​ຈິດ​ສຸດ​ໃຈ, ມີ​ປະສິດທິ​ຜົນ​ຈາກ​ພັກ, ລັດ, ປະຊາຊົນ ​ແລະ ກຳລັງ​ປະກອບ​ອາວຸດ​ໂຊ​ວຽດ ​ໃນ​ເມື່ອ​ກ່ອນ, ​ໃນ​ນັ້ນມີ​ສະຫະພັນ​ລັດ​ເຊຍ, ຢູ​ແກຼນ, ​ເບ​ລາຣຸດ. ຕາມ​ທ່ານ​ລັດຖະມົນຕີ​ຟຸ່ງກວາງ​ແທງ ​ແລ້ວ, ​ໂດຍ​ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອ​ໃນ​ການ​ຕໍ່ຕ້ານ​ໃນ​ເມື່ອ​ກ່ອນ, ​ໃນ​ໄລຍະ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ຫວຽດນາມ ສືບ​ຕໍ່​ພັດ​ທະ​ນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ສະຫະພັນ​ລັດ​ເຊຍ, ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ຢູ​ແກຼນ ​ແລະ ​ເບ​ລາຣຸດ. ທ່ານ​ລັດຖະມົນຕີ​ຟຸ່ງກວາງ​ແທງ ກ່າວ​ວ່າ:

   “​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ຫວຽດນາມ ວາງ​ຈຸດ​ສຸມ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ​ກັບ​ບັນດາ​ປະ​ເທດ​ເພື່ອ​ນມິດ, ​ໃນ​ນັ້ນມີລັດ​ເຊຍ, ຢູ​ແກຼນ, ​ເບ​ລາຣຸດ ຊື່​ງ​ແມ່ນ​ບັດາ​ປະ​ເທດ​ທີ່​ຫວຽດນາມ ​ສືບ​ຕໍ່​ຂໍ​ຄວາມ​ຊ່ວຍ​ເຫຼືອ​ບ​ຳລຸງ​ສ້າງນາຍ​ທະຫານ, ພະນັກງານ​, ນັກວິຊາການດ້ານ​ເຕັກນິກ​. ​ໃນ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ກອງທັບ​ປະຊາຊົນ​ຫວຽດນາມ ຊຳນານ​ຮົບ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ​ນັ້ນ, ຫວຽດນາມ ສຸມ​ໃສ່​ລົງທຶນ​ເພື່ອ​ສ້າງ​ກຳລັງ​ທະຫານ​ເຮືອ, ກອງ​ທັບ​ອາກາດ, ຕິດ​ຕໍ່​ສື່ສານ ​ແລະ ເຫຼົ່າ​ຮົບ​ຈຳນວນ​ໜຶ່ງທັນ​ສະ​​ໄໝ“

 

ຂ່າວ/ບົດ​ອື່ນ