ໄດ້ບົ່ງມະຕິພະຍາດເພື່ອຍົກອອກວິທີປິ່ນປົວພະຍາດໃຫ້ທ່ານ ຫງວຽນບ໋າແທງ

ໄດ້ບົ່ງມະຕິພະຍາດເພື່ອຍົກອອກວິທີປິ່ນປົວພະຍາດໃຫ້ທ່ານ ຫງວຽນບ໋າແທງ - ảnh 1
ທ່ານ ຫງວຽນ​ບ໋າ​ແທງ, ຫົວໜ້າ​ຄະນະ​ພາຍ​ໃນ​ສູນ​ກາງ ​ໄດ້​ກັບ​ເມືອ​ຮອດ​ໂຮງ​ໝໍ​ດ່າ​ນັ້ງ
(ພາບ​ປະ​ກອບ)

(vovworld) - ຕອນ​ຄຳ່​ວັນ​ທີ 9/1, ທ່ານ ຫງວຽນ​ບ໋າ​ແທງ, ຫົວໜ້າ​ຄະນະ​ພາຍ​ໃນ​ສູນ​ກາງ ​ໄດ້​ກັບ​ເມືອ​ຮອດ​ໂຮງ​ໝໍ​ດ່າ​ນັ້ງ ​ເພື່ອ​ສືບ​ຕໍ່​​ການ​ປິ່ນປົວ​ພະຍາດ​ຕາມ​ຄວາມ​ມຸ້ງ​ຫວັງ​ຂອງ​ຄອບຄົວ​ທ່ານ. ພາຍຫຼັງ​ຮັບ​ເອົາ​ສຳ​ເນົາ​ພະຍາດ​, ຕອນ​ເຊົ້າ​ວັນ​ທີ 10/1, ສະພາ​ສາດສະດາຈານ​ວິຊາ​ສະ​ເພາະ​ສູນ​ກາງ, ການ​ນຳ​ຄະນະ​ຮັກສາ ​ແລະ ສົ່ງ​ເສີມ​ສຸຂະພາບ​ພະນັກງານ​ສູນ​ກາງ ພ້ອມ​ກັບ​ຖັນ​ແຖວ​ທ່ານໝໍ​ຂອງ​ໂຮງໝໍ​ດ່າ​ນັ້ງ ​ໄດ້​ຈັດ​ຕັ້ງ​ການ​ບົ່ງມະຕິ​ພະຍາດ​ຂອງ​ທ່ານ ຫງວຽນ​ບ໋າ​ແທງ. ປະຈຸ​ບັນ​ດັດ​ຊະ​ນີກ່ຽວ​ກັບ​ໂລຫິດ​ສາດ​ຂອງ​ທ່ານ​ ຫງວຽນ​ບ໋າ​ແທງ ​ເປັນ​ປົກກະຕິພໍ​ສົມຄວນ. ທ່ານ ຫງວຽນ​ກວົກຈ້ຽວ, ຫົວໜ້າ​ຄະນະ​ຮັກສາ ​ແລະ ສົ່ງ​ເສີມ​ສຸຂະພາບ​ພະນັກງານ​ສູນ​ກາງ, ​ໃຫ້​ຮູ້​ວ່າ:

ອາ​ດານ​ສຸຂະພາບ​ຂອງ​ທ່ານ ຫງວຽນ​ບ໋າ​ແທງ ​ໃນ​ປະຈຸ​ບັນ​ແມ່ນ​​ເປັນປົກກະຕິ. ອາທິດ​ໜ້າ, ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ພະ​ແນ​ກການ​ແພດ​ພື້ນ​ເມືອງ​ເຂົ້າ​ຮ່ວມ​ການ​ປິ່ນປົວ, ພາຍ​ໃຕ້​ການ​ຊີ້​ນຳ, ນຳພາ​ຂອງ​ສະພາ​ສາສະໜາ​ວິຊາ​ສະ​ເພາະ​ສູນ​ກາງ.. ​ພວກ​ຂ້າພະ​ເຈົ້າ​ພ້ອມ​ກັບ​ຄະນະ​ພັກ​ດ່າ​ນັ້ງ, ສາ​ສະ​ດາ​ຈານ, ຜູ້​ຊ່ຽວຊານ​ຫົວ​ຂະ​ແໜງຈະ​ຕັດສິນ​ໃຈ​ປິ່ນປົວ​ພະຍາດ​​​ໃຫ້​ທ່ານໃນ​ຊຸມ​ວັນ​ທຳ​ອິດ ​ແລະ ຈະວາງ​ຂັ້ນ​ຕອນການປິ່ນປົວພະຍາດ​ໃຫ້​ທ່ານ​ໃນ​ໄລຍະ​ຕໍ່​ໄປ

ຂ່າວ/ບົດ​ອື່ນ