ໄຕມາດທີ 1 ປີ 2012, ຂະແໜງກະສິກຳບັນລຸການເຕີບໂຕ ດີພໍສົມຄວນ

ໄຕມາດທີ 1 ປີ 2012, ຂະແໜງກະສິກຳບັນລຸການເຕີບໂຕ ດີພໍສົມຄວນ - ảnh 1
ໄຕມາດທີ 1 ປີ 2012, ຂະແໜງກະສິກຳບັນລຸການເຕີບໂຕດີພໍສົມຄວນ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 9/4, ທີ່​ການ​ປະຊຸມ​ຂ່າວ​​ເຊິ່ງຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ​ ໄດ້​ປະກາດ​ວ່າ​ໃນໄຕ​ມາ​ດທີ 1 ຜ່ານ​ມາ, ທົ່ວ​ຂະ​ແໜງ​ສືບ​ຕໍ່​ບັນລຸ​ລະດັບ​ເຕີບ​ໂຕ​ດີ​ພໍ​ສົມຄວນ. ມູນ​ຄ່າ​ການ​ຜະລິດ​ຜະລິດ​ຕະພັນ​ກະ​ເສດ - ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ເພີ່ມຂຶ້ນ 3,7%, ລະດັບເຕີບ​ໂຕ GDP ຄາດ​ວ່າ​ເພີ່ມ​ຂຶ້ນ​ກ່ວາ 2,8%, ສູງກ່ວາ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງປີ​ກ່າຍ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ, ​ເຖິງ​ວ່າ​ພວມ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຫຼາຍ​ຢ່າງກໍ​ຕາມ ​ແຕ່​ວ່າ​ວົງ​ເງິນ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດ - ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ​ໃນ 3 ​ເດືອນ​ຕົ້ນ​ປີ​ຄາດ​ວ່າ​ບັນ​ລຸ 6 ຕື້ USD, ​ເທົ່າ​​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ, ບັນດາ​ປັດ​​ໄຈທີ່​ເຮັດ​ໃຫ້​ວົງ​​ເງິນ​ສົ່ງ​ອອກ​ຫຼຸດ​ລົງ​ນັ້ນ​ແມ່ນ​ລາຄາ ​ແລະ ຈຳນວນ​ປະ​ເພດ​ສິນຄ້າ​ຮັບ​ໃຊ້​ການ​ສົ່ງ​ອອກ​ຫຼຸດ​ລົງ.

        ບົນ​ພື້ນຖານ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄຕ​ມາ​ດ 1, ຂະ​ແໜງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ວາງ​ຈຸດ​ສຸມ​ແມ່ນ, ​ໃນ​ເດືອນ 4 ສືບ​ຕໍ່​ຊຸກຍູ້​ການ​ຜະລິດ ​ແລະ ປະຕິບັດ​​ໜ້າ​ທີ​ຕ່າງໆຄື: ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ກ່ຽວ​ກັບ​ຕະຫຼາດ, ​ແຫຼ່ງ​ເງິນ​ລົງທຶນ​ໃຫ້​ແກ່​ການ​ຜະລິດ​ຂອງ​ວິ​ສາ​ຫະກິດ, ສືບ​ຕໍ່​ມານະ​ພະຍາຍາມ​ຜັນ​ຂະຫຍາຍ ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ໂລກລະບາດສຳ​ລັບສັດລ້ຽງ, ສັດ​ປິກ, ປ້ອງ​ກັນ, ຕ້ານ​ໄພທຳ​ມະ​ຊາດ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ບັນດາ​ຜົນ​ຮ້າຍ​ໃນ​ການ​ຜະລິດ​.​.​.

 

ຂ່າວ/ບົດ​ອື່ນ