ໄທ ຈັດການເລືອກຕັ້ງ ເພີ່ມເຕີ່ມຢູ່ 5 ແຂວງ

ໄທ ຈັດການເລືອກຕັ້ງ ເພີ່ມເຕີ່ມຢູ່ 5 ແຂວງ - ảnh 1
(ພາບປະກອບ: TTXVN)

(vovworld) - ກຳມະການ​ຄະນະ​ກຳມະການ​ເລືອ​ກຕັ້ງ​ໄທ (EC) ທ່ານ ສົມ​ຈາ​ຍ ສີ​ສຸທິ​ຍາກ​ອນ ໃຫ້​ຮູ້​ວ່າ, ​ໄດ້​ມີ 120.000  ​ເທື່ອ​ຄົນ​​ຈົດ​ທະບຽນ​​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຢູ່ ​101 ສະຖານ​ທີ່​ເລືອກ​ຕັ້ງຂອງ 5 ​ແຂວງທາງ​ທິດ​ໃຕ້​ນະຄອນຫຼວງບາງກອກ ​ໃນ​ວັນ​ທີ 02/03. ນີ້​ແມ່ນ​ບັນດາ​ສະຖານ​ທີ່​ເຄີຍ​ຖືກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປິດ​ລ້ອມ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 02/02.

        ຕາມ​ທ່ານ ສົມ​ຈາ​ຍ ສີ​ສຸທິ​ຍາກ​ອນ, ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ສຸດ​ທ້າຍ​ຈະ​ໄດ້ຮັບ​ການ​ປະກາດພາຍຫຼັງ​ການ​ເລືອກ​ຕັ້ງ​ເພີ່ມ​​ເຕີ່ມ​ໄດ້​ດຳ​ເນີນ​ໄປ​ຢູ່​ບັນດາ​ສະຖານ​ທີ່​​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​ສຸດ​ທ້າຍໃນ​ເດືອນ 04 ຈະ​ມາ​ເຖິງ. ນັບ​ແຕ່​ນີ້ຮອດ​ເວລາ​ມີໝາກຜົນ​ການ​ເລືອ​ກຕັ້ງ, ທ່ານ​ນາງ​ຍິງຣັກ ຊິນນະ​ວັດ ຍັງ​​ເປັນນາຍົກລັດຖະມົນຕີຊົ່ວຄາວ.

        ​ໃນ​ຂະນະ​ນັ້ນ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄທ ​ເລີ່ມຖອນ​ອອກ​ຈາກ​ບັນດາ​ສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ບາງກອກ ເກືອບ​ທັງ​ໝົດພາຍຫຼັງ​​ຖະ​ແຫຼ​ງຢຸດຕິ​ການ​ປິດ​ລ້ອມ​ນະຄອນຫຼວງ. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຍ້າຍ​​​ໄປເຖິງ​ສວນສາທາລະນະ ລຸ​ມພິລີ ທີ່ໃຈກາງ​ນະຄອນຫຼວງ ​ເຊິ່ງ​ເປັນ​ເຂດ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ຫຼາຍ​ອາທິດ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ