ໄທ ຈັດຕັ້ງການເຈລະຈາກັບບັນດາພັກການເມືອງໃນອາທິດໜ້າ

(VOVWORLD) - ເຂົ້າຮ່ວມ ແລະ ເປັນປະທານການເຈລະຈາຍັງມີທ່ານ ວິດສະນຸ ເຄືອງາມ, ຮອງນາຍົກລັດຖະມົນຕີຮັບຜິດຊອບດ້ານນິຕິກຳ.

ວັນທີ 20 ມິຖຸນາ, ທ່ານ ປຣາວິດ, ຮອງນາຍົກລັດຖະມົນຕີຮັບຜິດຊອບການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ລັດຖະບານ ໄທ ຈະຈັດຕັ້ງການເຈລະຈາກັບບັນດາພັກການເມືອງ ໃນຕົ້ນອາທິດຈະມາເຖິງ. ແຕ່ເຖິງຢ່າງໃດກໍ່ຕາມ, ສະຖານທີ່ ແລະ ເວລາລະອຽດຍັງບໍ່ທັນໄດ້ປະກາດເທື່ອ. ເຂົ້າຮ່ວມ ແລະ ເປັນປະທານການເຈລະຈາຍັງມີທ່ານ ວິດສະນຸ ເຄືອງາມ, ຮອງນາຍົກລັດຖະມົນຕີຮັບຜິດຊອບດ້ານນິຕິກຳ. ກອງປະຊຸມຈະບໍ່ປຶກສາຫາລືກ່ຽວກັບບັນຫາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຫາກຈະສືບຕໍ່ຮັບເອົາຄຳເຫັນຂອງບັນດາພັກຝ່າຍກ່ຽວກັບການໂຍະຍານຄຳສັ່ງເກືອດຫ້າມການເຄື່ອນໄຫວດ້ານການເມືອງເພື່ອໃຫ້ບັນດາພັກ ມີເງື່ອນໄຂກະກຽມໃຫ້ການເລືອກຕັ້ງທົ່ວປະເທດໃກ້ຈະມາເຖິງ.

        ໃນເຫດການອື່ນ, ທ່ານນາຍົກລັດຖະມົນຕີ ໄທ ພວມມີການຢ້ຽມຢາມ 2 ປະເທດ ເອີລົບ ແມ່ນ ອັງກິດ ແລະ ຝລັ່ງ. ທີ່ການເຈລະຈາກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May, ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໃຫ້ຄຳໝັ້ນສັນຍາວ່າ ໄທ ຈະຈັດຕັ້ງການເລືອກຕັ້ງເສລີ ໃນຕົ້ນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ