ໄທ ປະກາດໝາກຜົນການເລືອກຕັ້ງຢ່າງເປັນທາງການ

(VOVWORLD) - ໃນບົດຄຳເຫັນເມື່ອວັນທີ 19 ມິຖຸນາ, ທ່ານ ສະແຫວງ ບຸນມີ ເລຂາທິການຄະນະກຳມະການເລືອກຕັ້ງໄທ ໃຫ້ຮູ້ວ່າ ຄະນະກຳມະການເລືອກຕັ້ງບໍ່ສາມາດປະຕິບັດສຳເລັດການສືບສວນສອບສວນບັນດາການຮ້ອງຟ້ອງຕ່າງໆໃນເວລາ 60 ວັນ
ໄທ ປະກາດໝາກຜົນການເລືອກຕັ້ງຢ່າງເປັນທາງການ - ảnh 1ບັນດາຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການເລືອກຕັ້ງທົ່ວປະເທດ
(ພາບ:Thairath)

ວັນທີ 19 ມິຖຸນາ, ຄະນະກຳມະການເລືອກຕັ້ງ ໄທ ໄດ້ຮັບຮອງເອົາໝາກຜົນການເລືອກຕັ້ງ ແລະ ບັນຊີລາຍຊື່ ສະມາຊິກສະພາຜູ້ແທນລາຊະດອນ 500 ທ່ານ ໃນການເລືອກຕັ້ງທົ່ວປະເທດເຊິ່ງຈັດຂຶ້ນໃນວັນທີ 14 ພຶດສະພາຜ່ານມາ. ຕາມໝາກຜົນຂອງການເລືອກຕັ້ງແລ້ວ, ພັກກ້າວໄກ ແມ່ນພັກໄດ້ຮັບໄຊຊະນະດ້ວຍຈຳນວນທີ່ນັ່ງຫຼາຍສຸດແມ່ນ 151 ທີ່ນັ່ງ, ຖັດມາແມ່ນພັກເພື່ອໄທ ດ້ວຍ 141 ທີ່ນັ່ງ. ພັກພູມໃຈ ໄທຢືນອັນດັບ 3 ດ້ວຍ 71 ທີ່ນັ່ງ, ໃນຂະນະທີ່ພັກພະລັງປະຊາຣັດ ຂອງທ່ານຮອງນາຍົກລັດຖະມົນຕີ ປຣະວິດ ວົງສຸວັນ ແລະ ພັກລວມໄທ ສ້າງຊາດ ຂອງທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ຢຶນອັນດັບທີ 4, ທີ 5 ດ້ວຍ 40 ແລະ 36 ທີ່ນັ່ງຕາມລຳດັບ.

        ໃນບົດຄຳເຫັນເມື່ອວັນທີ 19 ມິຖຸນາ, ທ່ານ ສະແຫວງ ບຸນມີ ເລຂາທິການຄະນະກຳມະການເລືອກຕັ້ງໄທ ໃຫ້ຮູ້ວ່າ ຄະນະກຳມະການເລືອກຕັ້ງບໍ່ສາມາດປະຕິບັດສຳເລັດການສືບສວນສອບສວນບັນດາການຮ້ອງຟ້ອງຕ່າງໆໃນເວລາ 60 ວັນ, ດັ່ງນັ້ນອົງການນີ້ຕັດສິນໃຈຮັບຮອງເອົາບັນດາໝາກຜົນການເລືອກຕັ້ງນີ້ຢ່າງເປັນທາງການ. ຄະນະກຳມະການເລືອກຕັ້ງໄທ ຈະສືບຕໍ່ສືບສວນສອບສວນທຸກໆຂໍ້ກ່າວຟ້ອງທີ່ກ່ຽວຂ້ອງເຖິງບັນດາສະມາຊິກສະພາຜູ້ແທນລາຊະດອນທີ່ໄດ້ຮັບເລືອກຕັ້ງພາຍໃນເວລາ 1 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ