ໄທ: ອຳນາດການ ປົກຄອງການທະຫານ ເພີ່ມທະວີການປ້ອງກັນ ຄວາມສະຫງົບ

ໄທ: ອຳນາດການ ປົກຄອງການທະຫານ ເພີ່ມທະວີການປ້ອງກັນ ຄວາມສະຫງົບ - ảnh 1
(ພາບປະກອບ: AFP/TTXVN)

(vovworld) –  ວັນ​ທີ 27/05, ອຳນາດ​ການ​ປົກຄອງ​ການ​ທະຫານ​ໄທ​ໄດ້​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ທົ່ວ​ປະ​ເທດ, ຖະ​ແຫຼ​ງຈະ​ປະຕິບັດ “ບັນດາ​ມາດ​ຕະການ​ເດັດ​ດ່ຽວ” ສຳລັບ​ກຸ່ມ​ປະກອບ​ອາວຸດ​ຕ້ານ​ການ​ລັດຖະປະຫານ​ເມື່ອ​ວັນ​ທີ 22/05. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​​ພົບ​ປະ​ກັບ​ບັນດາ​ຜູ້​ບັນຊາ​ການ​ທະຫານ​​ເຂດພ​້ອມກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ພົນ​ຕີ ທີຣະ​ໄຈ ນາ​ຄວາ​ນິກ, ຜູ້​ບັນຊາ​ການ​ທະຫານ​ເຂດ 1 ຕິດຕາມ​ກວດກາ​ເຂດ​ພາກ​ກາງ, ຕາ​ເວັນ​ຕົກ​ຂອງ​ໄທ ​ແລະ ນະຄອນຫຼວງ​ບາງກອກ ​ໃຫ້​ຮູ້​ວ່າ, ສະພາ​ຮັກສາ​ສັນ​ຕິ​ພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແຫ່ງ​ຊາດ​ຈະ​ປະຕິບັດ​ບັດ​ດາ​ມາດ​ຕະການ​ຢ່າງ​ແຮງ​ຕ້ານ​ກຸ່ມ​ຄັດຄ້ານ​ການ​​ລັດຖະປະຫານ. ທ່ານ ທີຣະ​ໄຈ ນາ​ຄວາ​ນິກ ຊີ້​ແຈ້ງວ່າ, ກອງທັບ​ຈະ​ນຳ​ໃຊ້​ບັນດາ​ມາດ​ຕະການ​ທຳ​ມະ​ດາ​ສຳລັບ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ບັນດາ​ມາດ​ຕະການ​ເດັດ​ດ່ຽວ​ສຳລັບ​ກຸ່ມ​ປະກອບ​ອາວຸດ.

ຂ່າວ/ບົດ​ອື່ນ