ໄທ ຮັດແໜ້ນການປ້ອງກັນ ຄວາມສະຫງົບຢູ່ພາກໃຕ້

ໄທ ຮັດແໜ້ນການປ້ອງກັນ ຄວາມສະຫງົບຢູ່ພາກໃຕ້ - ảnh 1
ສະພາບການໃຊ້ຄວາມຮຸນແຮງ ເກີດຂຶ້ນ ຢູ່​ແຂ​ວງພາກ​ໃຕ້ ຊອງ​ບລາ
(ພາບ: Reuters)

(vovworld) – ວັນ​ທີ 2/8, ​ເຈົ້າ​ໜ​້າທີ່​ຂັ້ນ​ສູງ ​ໄທ ຜູ້​ໜຶ່ງ​ໃຫ້​ຮູ້​ວ່າ: ລັດຖະບານ​ປະ​ເທດ​ນີ້ ​ໄດ້​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພວມ​ພິຈາລະຈາ​ບັນດາ​ຍຸດ​ໂທ​ບາຍ​ດ້ານ​ການ​ທະຫານ​ໃໝ່ ຢູ່​ທົ່ວ​ເຂດ​ໃຕ້​ສຸດ​ຂອງ ​ໄທ ພາຍຫຼັງ​ທີ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​ປີນ​ຂັ້ນ​ໄດ ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ 3 ຄົນ ​ແລະ ຜູ້​ຖືກ​ຮັບ​ບາດ​ເຈັບ 11 ຄົນ. ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ຢູ່​ແຂ​ວງພາກ​ໃຕ້ ຊອງ​ບລາ ​ຖືກ​ຈັດ​ວາງໃນສະພາວະ​​ເຕືອນ​ໄພສູງ ຍ້ອນ​ມີ​ແຫຼ່ງຂ່າວ​ສືບ​ລາຊະການ​ລັບ​ເວົ້າ​ວ່າ:  ​​ເມືອງ ຫາດ​ໃຫຍ່ ຢູ່​ແຂວງ​ນີ້ ອາດ​ຈະ​ແມ່ນ​​ເປົ້າໝາຍ​ຖືກ​ບຸກ​ໂຈມ​ຕີ. ຕາມ​ແຫຼ່ງຂ່າວ​ແລ້ວ, ຫົວໜ້າ 3 ຄົນ​ຂອງ​ກຸ້ມ​ຝ່າຍ​ຄ້ານທີ່ ຣັນດາ ຄຳ​ປູຣັນ ຄີ​ຊິນ​, ຖືກ​ກ່າວ​ຫາ​ວ່າ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ​ຢູ່​ໂຮງ​ແຮມ​ແຫ່ງ​ໜຶ່ງທີ່ ຫາດ​ໃຫຍ່ ​ໃນ​ຕົ້ນ​ປີ​ນີ້, ພວມ​ກະກຽມ​ປະຕິບັດ​​ການ​ບຸກ​ໂຈມ​ຕີ​ຢູ່ 3 ​ແຂ​ວງ​ໃຕ້​ສຸດ​ຂອງ​ໄທ ຄື: ຢາ​ລາ, ປັດຕະນີ ​ແລະ ນາຣາທິວັດ.

ຂ່າວ/ບົດ​ອື່ນ