ໄທ ແລະ ກຳປູເຈຍ ເຫັນດີຕໍ່ການຢຸດຍິງຢ່າງບໍ່ມີເງື່ອນໄຂນັບແຕ່ເວລາ 24 ໂມງຂອງວັນທີ 28 ກໍລະກົດ
(VOVWORLD) - ທ່ານນາຍົກລັດຖະມົນຕີມາເລເຊຍ ໃຫ້ຮູ້ວ່າ ກຳປູເຈຍ ແລະ ໄທບັນລຸໄດ້ຂໍ້ຕົກລົງຮ່ວມກ່ຽວກັບຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂທີ່ມີຜົນສັກສິດແຕ່ຕອນເວລາ 24 ໂມງຂອງວັນທີ 28 ກໍລະກົດ 2025.
ການເຈລະຈາໄກ່ເກ່ຍສັນຕິພາບ (ພາບ: THX/TTXVN) |
ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ປະກາດໄທ ແລະ ກຳປູເຈຍ ຈະລົງນາມຄຳສັ່ງຢຸດຍິງຢ່າງບໍ່ມີເງື່ອນໄຂ. ຕອນບ່າຍວັນທີ 28 ກໍລະກົດ, ກ່າວຄຳເຫັນພາຍຫຼັງການເຈລະຈາໄກ່ເກ່ຍສັນຕິພາບຢູ່ ມາເລເຊຍ, ທ່ານນາຍົກລັດຖະມົນຕີມາເລເຊຍ ໃຫ້ຮູ້ວ່າ ກຳປູເຈຍ ແລະ ໄທບັນລຸໄດ້ຂໍ້ຕົກລົງຮ່ວມກ່ຽວກັບຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂທີ່ມີຜົນສັກສິດແຕ່ຕອນເວລາ 24 ໂມງຂອງວັນທີ 28 ກໍລະກົດ 2025. ຖະແຫຼງການໄດ້ຍົກອອກມາພາຍຫຼັງບັນດາການນຳໄທ ແລະ ກຳປູເຈຍເຂົ້າຮ່ວມກອງປະຊຸມໃນມື້ນີ້ຢູ່ນະຄອນຫຼວງ Putrajaya ຂອງ ມາເລເຊຍ ເພື່ອປຶກສາຫາລືກ່ຽວກັບຄຳສັ່ງຢຸດຍິງພາຍຫຼັງການປະທະກັນທີ່ແກ່ຍາວເປັນເວລາ 5 ວັນລະຫວ່າງສອງປະເທດ.