ໄທຈັບຕົວ22ຄົນກ່ຽວຂ້ອງເຖິງບັນດາເຫດການວາງລະເບີດຢູ່ພາກໃຕ້

ໄທຈັບຕົວ22ຄົນກ່ຽວຂ້ອງເຖິງບັນດາເຫດການວາງລະເບີດຢູ່ພາກໃຕ້ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ​ວາງ​ລະ​ເບີດ​ຢູ່​ແຂວງ ຢະ​ລາ
(ພາບປະ​ກອບ)

(vovworld) – ວັນ​ທີ 3/6, ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ ໄທ ໃຫ້​ຮູ້​ວ່າ: ເຈົ້າ​ໜ້າ​ທີ່​ປະ​ເທດນີ້​ໄດ້​ຈັບ​ຕົວ​ 22 ​ຄົນ​ທີ່​ຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ເຫດ​ການ​ວາງ​ລະ​ເບີດ​ຢູ່​ແຂວງ​ພາກ​ໃຕ້ ຢະ​ລາ ໃນ​ກາງ​ເດືອນ 5 ຜ່ານ​ມາ. ຜູ້​ບັນ​ຊາ​ການ​ຫົວ​ໜ່ວຍທະ​ຫານ​ພິ​ເສດ 41 ຢູ່​ແຂວງ ຢະ​ລາ​ ໃຫ້​ຮູ້​ວ່າ: ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ​ຖືກ​ຈັບ​ຕົວ​ໃນ​ວັນ​ທີ 2/6, 3 ຄົນ​ໃນ​ຈຳ​ນວນ 22 ຄົນ​ດັ່ງ​ກ່າ​ວ​ໄດ້​ຍອມ​ຮັບ​ເຂົ້າ​ຮ​່ວມ​ບັນ​ດາ​ເຫດ​ການ​ວາງ​ລະ​ເບີດ​ໃນ​ເວ​ລາ​ແຕ່​ວັນ​ທີ 14 – 16/5, ເຮັດ​ໃຫ້ 18 ຄົນ​ເສຍ​ຊີ​ວິດ ແລະ ຊັບ​ສົມ​ບັດ​ຫຼາຍ​ຢ່າງ​ຖືກ​ເປ​ເພ. ຕຳຫຼວດ​ພົບ​ເຫັນວັດ​ຖຸ​ລະ​ເບີດ 56 ຢ່າງ​​ ​ໃນ​ບໍ​ລິ​ເວນ​ແຂວງ ຢະ​ລາ ໃນ​ຮອບ​ເວ​ລາ 3 ວັນ​ຜ່ານ​ມາ. ບັນ​ດາ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຕິດຕາມ​ຮ່ອງ​ຮອຍ​ຂອງ​ຜູ້​ຖືກ​ສົງ​ໄສ​ໂດຍ​ອີງ​ໃສ່ Camera ຕິດ​ຕາມກວດ​ກາ ແລະ ຄຳ​ເວົ້າ​ຂອງ​ບັນ​ດາ​​ຕົວ​ພະ​ຍານຫຼັກ​ຖານ. ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ດັ່ງ​ກ່າວຢັ້ງ​ຢືນ​ເລື່ອງ​ສໍ້​ຖາມ​ຜູ້​ຖືກ​ສົງ​ໄສ​ຈະ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງວ່ອງ​ໄວ.


ຂ່າວ/ບົດ​ອື່ນ