ໄທຜັນຂະຫຍາຍທະຫານ ແລະຕຳຫຼວດສະກັດ ກັ້ນການແຫ່ຂະບວນ ປະທ້ວງ


ໄທຜັນຂະຫຍາຍທະຫານ ແລະຕຳຫຼວດສະກັດ ກັ້ນການແຫ່ຂະບວນ ປະທ້ວງ - ảnh 1

 (ພາບ: AFP/ TTXVN)

 (vovworld)- ​ ວັນ​ທີ 1/6, ທະຫານ ​ແລະ ຕຳຫຼວດ​ປະມານ 6000 ຄົນ​ໄດ້​ຖືກ​ຜັນ​ຂະ​ຫຍາ​ຍຢູ່​ຫຼາຍ​ທ້ອງ​ຖິ່ນ​ທີ່​ນະຄອນຫຼວງ​ບາງກອກ ​ໃນ​ສະພາບ​ການ​ທີ່​ອຳນາດ​ການ​ປົກຄອງ​ໄດ້​ຊອກ​ຫາ​ວິທີ​ສະກັດ​ກັ້ນຜູ້​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ການ​ລັດຖະປະ ຫານ. ທ່ານ​ສົມ​ກົດ ຮອງ​ຫົວໜ້າ​ຕຳຫຼວດ​ແຫ່ງ​ຊາດ​ ​ໃຫ້​ຮູ້​ວ່າ: ທະຫານ ​ແລະ ຕຳຫຼວດ​​ໄດ້​ຖືກ​ຜັນ​ຂະ​ຫຍາ​ຍຢູ່​ສະຖານ​ທີ່ 8 ​ແຫ່ງ​ຢູ່​ນະຄອນຫຼວງ​ບາງກອກ​ແຕ່​ມາ​ຮອດ​ປະຈຸ​ບັນ​ກໍ່ຍັງ​ບໍ່​ທັນ​ເຫັນ​ສັນຍານ​ຂອງ​ການ​ແຫ່​ຂະ​ບວນປະ​ທ້ວງ​ເທື່ອ. ກ່ອນ​ໜ້ານັ້ນ, ນາຍ​ພົນ​ປ​ໄຣຢຸດ ​ໄດ້​ກ່າວ​ເຕືອນ​ຜູ້​ແຫ່​ຂະ​ບວນປະ​ທ້​ວງກ່ຽວ​ກັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ຢ່າງ​ເຂັ້ມງວດ. ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດນັບ​ແຕ່​ກອງທັບ​ໄດ້​ໂຄ້ນ​ລົ້ມ​ລັດຖະບານ​ເມື່ອ​ວັນ​ທີ 22/5 ດ້ວຍ​ຄຳ​ອະທິບາຍ​ວ່າ​ຕ້ອງການ​ກະທຳ​ເພື່ອ​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ພາຍ​ຫລັງຄວາມ​ຂາດ​ສະຖຽນ​ລະ​ພາບ​ໄດ້​ເພີ່ມຂຶ້ນ​ເປັນ​ເວລາ 7 ​ເດືອນ./.

ຂ່າວ/ບົດ​ອື່ນ