ໄທຢັ້ງຢືນຄືນໃໝ່: ບໍ່ນຳອະດີດນາຍົກລັດຖະມົນຕີ ທັກສິນ ກັບເມືອປະເທດ

ໄທຢັ້ງຢືນຄືນໃໝ່: ບໍ່ນຳອະດີດນາຍົກລັດຖະມົນຕີ ທັກສິນ ກັບເມືອປະເທດ - ảnh 1
ຝ່າຍ​ເສື້ອ​ເຫຼືອງຄັດຄ້ານ​ການປັບ​ປຸງ
​ລັດຖະທຳ​ມະນູນ

(vovworld) - ວັນ​ທີ 12/3, ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກ ຊິນ​ນະ​ວັດ ​ໄດ້​ຢັ້ງຢືນອີກ​ເທື່ອ​ໜຶ່ງ​ວ່າ: ການ​ປັບປຸງ​ລັດຖະທຳ​ມະນູນ​ບໍ່​​ແມ່ນ​ເພື່ອສ່ວນ​ບຸກຄົນ​ໃດ​ໆ ​ແລະ ​ທ່ານ​ທັກສິນ ຊິນ​ນະ​ວັດຈະ​ບໍ່​ກັບ​ເມືອ​ປະ​ເທດ​ຄື​ດັ່ງ​ຂ່າວ​ລື. ​ເມື່ອ​ເຕື້ອງ​ເຖິງ ພັນທະ​ມິດປະຊາຊົນ​ເພື່ອ​ປະຊາທິປະ​ໄຕ PAD (ຫຼືຝ່າຍ​ເສື້ອ​ເຫຼືອງ) ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​​ເພື່ອຄັດຄ້ານ​ການປັບ​ປຸງ​ລັດຖະທຳ​ມະນູນ, ທ່ານ​ນາງ ຍິງຣັກ ​ໃຫ້​ຮູ້​ວ່າ: ທ່ານ​ນາງ​ພ້ອມ​ແລ້ວ​ທີ່​ຈະຮັບ​ຟັງ​​ຄວາມ​ເຫັນ ຂອງ​​ກຸ່ມ ​ແລະ ຝ່າຍຕ່າງໆ. ​ໃນ​ຂະນະ​ນັ້ນ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຈະ​ເລີ​ນ ຢູ່​ບຳຣຸງ​ ກໍຢືນຢັນ​ວ່າ: ​ເລື່ອງ​ນຳ​ທ່ານ ທັກສິນ ກັບ​ຄືນ​ປະ​ເທດ​ແມ່ນ​ຄວາມ​ເຫັນ​​ຂອງ​ທ່ານ​ເອງ​ແຕ່​ປີ 2009, ບໍ່​ກ່ຽວຂ້ອງ​ເຖິງ​ທ່ານ​ນາງ​ ຍິງ​ຣັກ. ກ່ອນ​ໜ​້ານັ້ນ, ທ່ານ ຈະ​ເລີ​ນ ໃຫ້​ຮູ້​ວ່າ: ທ່ານ​ມີ​ວິທີ​​ເພື່ອນຳ​ທ່ານອະດີດ​ນາຍົກລັດຖະມົນຕີ ທັກສິນ ກັບ​ເມືອ​ປະ​ເທດ​ໃນ​ທ້າຍ​ປີ​ນີ້ ​ດ້ວຍ​ໂອກາດ​ທີ່​ເໝາະ​ສົມ.

        ກ່ຽວຂ້ອງ​ເຖິງ​ການ​ປັບປຸງ​ລັດຖະທຳ​ມະນູນ, ທ່ານ ສະ​ນັນ ຄະ​ຈອນ​ປຣະຊາດ ປະທານ​ຄະນະ​ທີ່​ປຶກສາ​ພັກຊາດ​ໄທ​ພັດທະນາ - ​ເຊິ່ງ​ແມ່ນພັກ​ໃນພັນ​ທະ​ມິດລັດຖະບານ​ຂອງ​ທ່ານ​ນາງ ຍິງ​ຣັກ ​ໃຫ້​ຮູ້​ວ່າ: ຄວນ​ຊີ້​ແຈງ​ບັນດາ​ຂໍ້​ມາດຕາທີ່​ຈະ​ປັບປຸງ, ບໍ່​ຄວນ​ປັບປຸງ​ເນື້ອ​ໃນ​ທັງ​ໝົດຂອງ​ລັດຖະທຳ​ມະນູນ. ຕາມ​ທ່ານ ສະ​ນັນ ​ແລ້ວ, ການ​ໄກ່​​ເກ່ຍປອງ​ດອງຍາກ​ທີ່​ຈະ​ປະຕິບັດ​​ໄດ້ໃນ​ສະພາບ​ການ​ຄື​ປະຈຸ​ບັນ ​ເມື່ອ​ມີ​ການ​ແບ່ງ​ແຍກ​ພັກ​ຝ່າຍ​ຕ່າງໆຢ່າງ​ຮ້າຍ​ແຮງ.

ຂ່າວ/ບົດ​ອື່ນ