ໄທຢຸດຕິການພິພາກສາສາມັນຊົນຢູ່ສານທະຫານ

ໄທຢຸດຕິການພິພາກສາສາມັນຊົນຢູ່ສານທະຫານ - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ
(ພາບ: EPA/TTXVN)

(vovworld) – ​ໜັງສື​ພິມພະລາດ​ຊະ​ວັງ ​ໄທ ອອ​ກວັນ​ທີ 12/09 ​ໃຫ້​ຮູ້​ວ່າ: ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ ດ້ວຍ​ຖານະ​ເປັນ​ປະທານ​ສະພາ​​ເພື່ອ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍແຫ່ງ​ຊາດ (NCPO) ກຳ​ອຳ​ນາດຢູ່ ​ໄທ ​ໄດ້ອອກ​ຄຳ​ສັ່ງ​ຢຸດຕິ​ເລື່ອງ​ພິພາກສາ​​ສາມັນ​ຊົນທີ່​ໄດ້ເຢາະ​ເຢີ້ຍພະລາດ​ຊະ​ວັງ ​ແລະ ນາບ​ຂູ່​​ເຖິງຄວາ​ມສະຫງົບ​ປອດ​ໄພ​ແຫ່ງ​ຊາດຢູ່​ສານ​ທະຫານ, ພ້ອມ​ທັງ ມອບບັນດາ​ຄະດີດັ່ງກ່າວ ​​ເຖິງ​ສານ​ຍຸຕິ​ທຳ​ເພື່ອ​ພິພາກສາ. ຕາມ​ໜັງສື​ພິມ​ພະລາດ​ຊະ​ວັງ ​ໄທ ​ແລ້ວ ​ຍ້ອນ​ສະພາບ​ການ​ຄ່ອຍໆມີ​ສະຖຽນ​ລະ​ພາບ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງລັດຖະທຳ​ມະນູນ ​ໄດ້​ດຳ​ເນີນ​ໄປ​ຢ່າ​ງສະດວກ, ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ​ຈະ​ໄດ້ຜ່ອນຄາຍ​ລົງ ​ເພື່ອ​ແນ​ໃສ່​​ອະນຸຍາດ​ໃຫ້ພົນລະ​ເມືອງ​ໄດ້ມີ​ສິດ​ທີ່​ເໝາະ​ສົມ​ກັບຫລັກການອຳນາດ​ນິຕິບັນ​ຍັດ, ສິດທິ​ມະນຸດ ​ແລ​ະ ຖືກ​ກັບ​ຈິດ​ໃຈ​ລັດຖະທຳ​ມະນູນ​ໃໝ່​ທີ່ຈະ​ມີ​ຜົນ​ສັກສິດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ