ໄທຢາກເຂົ້າເປັນສະມາຊິກ CPTPP

(VOVWORLD) -ປະເທດໄທ ໄດ້ສະແດງຄວາມຫວັງຢາກເຂົ້າເປັນສະມາຊິກຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ປະຈຸບັນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ໄທຢາກເຂົ້າເປັນສະມາຊິກ CPTPP - ảnh 1ທ່ານຮອງນາຍົກລັດຖະມົນຕີໄທ ສົມກິດ ຈຣາຕຸສີພິທັກ ແລະ

ທ່ານລັດຖະມົນຕີກະຊວງຟື້ນຟູເສດຖະກິດຍີ່ປຸ່ນ Toshimitsu Motegi 

(ພາບ: Nikkei)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 01 ພຶດສະພາ, ພາຍຫຼັງການພົບປະກັບທ່ານຮອງນາຍົກລັດຖະມົນຕີໄທ ສົມກິດ ຈຣາຕຸສີພິທັກ, ທ່ານລັດຖະມົນຕີກະຊວງຟື້ນຟູເສດຖະກິດຍີ່ປຸ່ນ Toshimitsu Motegi ຢືນຢັນວ່າ ໄທ ໄດ້ຖະແຫຼງຢ່າງຈະແຈ້ງວ່າ ປະເທດນີ້ຢາກເຂົ້າເປັນສະມາຊິກຂອງ CPTPP. ທ່ານໄດ້ຄັດຄຳເວົ້າຂອງທ່ານຮອງນາຍົກລັດຖະມົນຕີໄທ ສົມກິດ ໂດຍໃຫ້ຮູ້ວ່າ, ໄທ ຫວັງວ່າການປະຕິບັດສິ່ງດັ່ງກ່າວ “ຍິ່ງໄວກໍ່ຍິງດີ”. ທ່ານລັດຖະມົນຕີ Motegi ກໍ່ໃຫ້ຮູ້ວ່າ, ບັນດາການເຈລະຈາກ່ຽວກັບການເຂົ້າເປັນສະມາຊິກຂອງໄທ ອາດຈະດຳເນີນພາຍຫຼັງ CPTPP ເລີ່ມມີຜົນສັກສິດ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາປະເທດສະມາຊິກແມ່ນຄວາມຈຳເປັນ.

      ກ່ອນໜ້ານັ້ນ, ເມື່ອເດືອນ ມີນາ, ທ່ານ ສົມກິດ ໃຫ້ຂໍ້ສັງເກດວ່າ, ຖ້າຫາກບໍ່ເຂົ້າເປັນສະມາຊິກ CPTPP, ໄທ ຈະສູນເສຍບັນດາກາລະໂອກາດດ້ານການຄ້າ ແລະ ການລົງທຶນ. ທ່ານໃຫ້ຮູ້ວ່າ, ກະຊວງການຄ້າໄທ ພວມຄົ້ນຄວ້າບັນດາຄວາມສະດວກ ແລະ ຄວາມຫຍຸ້ງຍາກຖ້າຫາກເຂົ້າເປັນສະມາຊິກຂອງ CPTPP ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ