ໄທ:ລັດຖະບານແລະທະຫານກະບົດພາກໃຕ້ເຊື່ອມຕໍ່ການເຈລະຈາຄືນໃໝ່ໃນເດືອນ9

ໄທ:ລັດຖະບານແລະທະຫານກະບົດພາກໃຕ້ເຊື່ອມຕໍ່ການເຈລະຈາຄືນໃໝ່ໃນເດືອນ9 - ảnh 1
ຕຳຫຼວດໄທ (ພາບ: EPA/TTXVN)

(vovworld) – ວັນ​ທີ 23/8, ສື່​ມວນ​ຊົນ ​ໄທ ​​ໄດ້​ຄັດ​ແຫຼ່ງຂ່າວ​ຈາກ​ວົງ​ການ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ ​ໂດຍ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ລະຫວ່າງ ລັດຖະບານ ​ໄທ ​ແລະ ທະຫານ​ກະບົດ​ພາກ​​ໃຕ້ ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່ໃນ​ເດ​ືອນ 9 ຢູ່​ນະຄອນຫຼວງ ກົວ​ລາ​ລຳ​ປົວ​ ຂອງ​ມາ​ເລ​ເຊຍ, ພາຍຫຼັງທີ່ 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຈະ​ປຶກສາ​ຫາລື​ໃນ​ການ​ເຈລະຈາ​ນີ້. ​ທີ່​ການ​ພົບ​ປະ​ໃນ​ວັນ​ທີ 27/4, ຄະນະ​ປະຕິບັດ​ງານ​ຂອງ ບາງກ​​ອກ ​ໂດຍ​ຫົວໜ້າ​ຄະນະ​ເຈ​ລະ​ຈາ​​ແມ່ນຄົນ​ໃໝ່ ​ໄດ້​ປະຕິ​ເສດ​ບັນດາ​ເນື້ອ​ໃນ​ເຄີຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໃນ​ການ​ເຈລະຈາ​ກ່ອນ​ນັ້ນ. ຕາມ​ນັ້ນ​ແລ້ວ, ບັນດາ​ຝ່າຍ​ແຍ​ກຕົວ​ຊາວ​ມຸດ​ສະ​ລິ​ມ ຢາກ​ໃຫ້​ອຳນາດ​ການ​ປົກຄອງ​ຂັ້ນ​ສູນ​ກາງ ຮັບ​ຮູ້​ເຂົາ​ເຈົ້າ​ແມ່ນ​ສະມາຊິກ​ຂອງ​ອົງການ Mara Patani, ຫາກ​ບໍ່​ແມ່ນ “ບັນດາ​ຜູ້​ມີ​ທັດສະນະ​ແຕກຕ່າງ​​ກັບ​ລັດຖະບານ” ຄື​ເຄີຍ​ໄດ້​ນຳ​ໃຊ້​ໃນ​ບັນດາ​ເອກະສາ​ນ​ເບ​ື້ອງຕົ້ນ​ກ່ອນ​ນັ້ນ. ນອກຈາກ​ນັ້ນ, ຍັງ​ມີ​ຂ່າວ​ແມ່ນ​ອຳນາດ​ການ​ປົກຄອງຢູ່ ບາງກອກ ​ໄດ້​ປະຕິ​ເສດ​ຄຳ​ຮຽກ​ສິດ​ຍົກ​ເວັ້ນ​ໃຫ້​ແກ່​ຜູ້ຕາງ​ໜ້າ​ຂອງ​ທະຫານ​ກະບົດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ. ກ່ຽວ​ກັບ​ແງ່​ຫວັງ​ຂອງ​ການ​ເຈລະຈາ​ຄັ້ງ​ຈະ​ມາ​ເຖິງ, ​ໂຄສົກ​ຂອງ​ອົງການ Mara Patani ​ໄດ້​ສະ​ແດງ​ວ່າ: ການ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່ຈະ​ຊ່ວຍ​ຊຸກຍູ້​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນທີ່​ຍັງ​ຄົງ​ຄ້າງ.


ຂ່າວ/ບົດ​ອື່ນ