ໄທ:ຫົວໜ້າຝ່າຍຄ້ານສະເໜີໂຈະການເລືອກຕັ້ງ

ໄທ:ຫົວໜ້າຝ່າຍຄ້ານສະເໜີໂຈະການເລືອກຕັ້ງ - ảnh 1
ປະທານ​ພັກ​ປະຊາທິປັດ ຝ່າຍ​ຄ້ານ, ​ທັງ​ແມ່ນ​ອະດີດ​ນາຍົກລັດຖະມົນຕີ ​ໄທ ທ່ານ ອະພິສິດ ​ເວດ​ຊາ​ຊີວະ
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 3/5, ​ປະທານ​ພັກ​ປະຊາທິປັດ ຝ່າຍ​ຄ້ານ, ​ທັງ​ແມ່ນ​ອະດີດ​ນາຍົກລັດຖະມົນຕີ ​ໄທ ທ່ານ ອະພິສິດ ​ເວດ​ຊາ​ຊີວະ ສະ​ເໜີ​ໃຫ້​ລັດຖະບານ​ໂຈະ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/7 ຈະ​ມາ​ເຖິງ ​ແລະ ​ໃຫ້ລັດຖະບານຂ້າມ​ຜ່ານ ປະຕິບັດ​ການ​ປະຕິ​ຮູບ​ຄື​ດັ່ງພາກສ່ວນ​ໜຶ່ງ​ໃນ​ແຜນການ​​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​​ໃນ​ປະຈຸ​ບັນ​ຢູ່​ໄທ.

    ​ໃນ​ຂໍ້​ສະ​ເໜີ​ຂອງ​ຕົນ, ທ່ານ ອະ​ພິສິດ ​ຖືວ່າ: ທ່ານ​ນາ​ງນາຍົກລັດຖະມົນຕີ ຊົ່ວຄາວ ຍິ່ງ​ລັກ ຊິນ​ນະ​ວັດ ​ແລະ ຄະນະ​ລັດຖະບານ​ຂອງ​ທ່ານ​ນາງ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ອຳນາດ​ການ​ປົກຄອງໜຶ່ງ ​ໂດຍ​ຜູ້​ບໍ່​ແມ່​ນ​ນັກ​ການ​ເມືອງ​ບໍລິຫານປະ​ເທດ​ຊາດ ​ແລະ ​​ໄດ້ຮັບ​ຄວາມ​ເຫັນ​ດີ​ປະຕິບັດ​ການ​ຕິດຕາມ​ກວດກາ​ວິວັດທະນາ​ການ ຮຽບຮຽງ​ແຜນການປະຕິ​ຮູບຈາກ​ຝ່າຍ​ຕ່າງໆ ກ່ອນ​ທີ່​ຈະຈັດ​ຕັ້ງ​ການ​​ເລື​​ອກຕັ້ງ​​ຄັ້ງ​ໃໝ່ ​ຫຼັງ​ຈາກ​ນັ້ນ​ປະມານ 5 – 6 ​ເດືອນ. ລັດຖະບາ​ນທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງຈະ​ກຳ​ອຳນາດ​ໃນ​ເວລາ​ພຽງ 1 ປີ​ເພື່ອ​ປະຕິບັດ​ບັນດາ​ລາຍການ​ປະຕິ​ຮູບ. ຕາມ​ທ່ານ ອະພິສິດ ​ແລ້ວ, ​ແຜນການ​ດັ່ງກ່າວ​ຈະ​ຊ່ວຍ​ສະກັດ​ກັ້ນ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປິນຂັ້ນ​ໄດ​ຢູ່​ປະ​ເທດ​ນີ້.



ຂ່າວ/ບົດ​ອື່ນ