ໄທເປີດປະຕູພະລາດຊະວັງເພື່ອໃຫ້ປະຊາຊົນເຂົ້າໄວ້ອາໄລພະບາດສົມເດັດພະເຈົ້າມະຫາຊີວິດ

ໄທເປີດປະຕູພະລາດຊະວັງເພື່ອໃຫ້ປະຊາຊົນເຂົ້າໄວ້ອາໄລພະບາດສົມເດັດພະເຈົ້າມະຫາຊີວິດ - ảnh 1
ປະ​ຊາ​ຊົນ​ໄທ ເຕົ້າ​ໂຮມ​ຢູ່​ພະ​ລາດ​ຊະ​ວັງ ເພື່ອ​ໄວ້​ອາ​ໄລພະ​ບາ​ດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ຢາ​ເດດ
(ພາບ: ສຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ /TTXVN)

(vovworld) – ​ທຳ​ນຽບ​ພາຍ​ໃນ​ພະ​ລາດ​ຊະ​ວັງ ໄທ​ ປະ​ກາດ​ໄດ້​ເປີດ​ປະ​ຕູ​ພະ​ລາດ​ຊະ​ວັງ​ເພື່ອ​ໃຫ້​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ແລ​ະ ແຂກ​ທ່ອງ​ທ່ຽວ​ສ​າ​ກົນ​ເຂົ້າໄວ້​ອາ​ໄລ​​ພະ​ບາ​ດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ຢາ​ເດດ ໃນ​ເວ​ລາ 15 ວັນ, ນັບ​ແຕ່​ຕອນ​ບ່າຍ​ວັນ​ທີ 15/10. ແຈ້ງ​ຂ່າວ​ໄດ້​ຊີ້​ແຈ້ງວ່າ ໃນ​ຮອບ​ເວ​ລາ 100 ວັນ, ບັນ​ດາ​ພິ​ທີ​ກຳ​ທາງສາ​ສະ​ໜາ​ຈະ​ໄດ້​ດຳ​ເນີນ​ປະ​ຈຳ​ວັນ​ຢູ່​ວັງ ​ພິ​ມານ ຣັດ​ຕະ​ຢາ, ບ່ອນ​ທີ່​​​ບຳ​ເພັນ​ກຸ​ສົນສົບຂອງ ພະ​ບາ​ດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ​ໄທ. ໃນ​ວັນ​ທຳ​ອິ​ດ​ເປີດ​ປະ​ຕູ, ປະ​ຊາ​ຊົນ​ນັບ​ໝື່ນ​ຄົນ​ໃນ​ທົ່ວ​ປະ​ເທດ ໄທ ໄດ້​ເຂົ້າ​ອຳ​ລາ​ຈາກ ພະ​ບາ​ດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ເຂົາ​ເຈົ້າ. ປະ​ຊາ​ຊົນ​ທັງ​ໝົດ​ນຸ່ງ​ເຄື່ອງ​ສີ​ດຳ ແລະ ​ລຽນ​ແຖວ​ເປັນ​ລຳ​ດັບ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ນັບ​ແຕ່​ວັນ​ທີ 28/10, ປະ​ຊາ​ຊົນ​ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ເຂົ້າ​ທາງ​ໃນ​ເພື່ອ​ໄວ້​ອາ​ໄລ​ ພະ​ບາ​ດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ຢ່າງ​ເປັນ​ທາງ​ການ.


ຂ່າວ/ບົດ​ອື່ນ