ໄທແຕ່ງຕັ້ງຜູ້ຕາງໜ້າຄົນໃໝ່ປະຈຳອາຊຽນ

ໄທແຕ່ງຕັ້ງຜູ້ຕາງໜ້າຄົນໃໝ່ປະຈຳອາຊຽນ - ảnh 1
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ  H.E. Kay Rala Xanana Gusmao, ຜູ້​ຫາກໍ່​ລາ​ອອກ​ຈາກ​ຕຳ​ແໜ່ງ
 (ພາບ: Reuters)

(vovworld) - ວັນ​ທີ 10/2, ຜູ້​ຕາງ​ໜ້າ​​​ລາ​ຊະ​ອາ​ນາ​ຈັກ ໄທ ປະ​ຈ​ຳ ຄົນ​ໃໝ່ ອາ​ຊຽນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຈອມ​ປາ​ລະ ຈະ​ເລີນ​ຢິງ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມິງ ຢູ່​ນະ​ຄອນຫຼວງ Jakarta, ປະ​ເທດ ອິນ​ໂດ​ເນ​ເຊຍ. ນະ​ທີ່ນິ້, ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ​ຈອມ​ປາ​ລະ ຈະ​ເລີນ​ຢິງ ຢັ້ງ​ຢືນ​ວ່າ: ອ​າ​ຊຽນ ຍາມ​ໃດ​ກໍ່​ສວມ​ບົດ​ບາດ​ເປັນ​ພື້ນ​ຖານ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ໄທ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ: ຄວາມ​ສຳ​ຄັນ​ຂອງ ອາ​ຊຽນ ແລະ ບົດ​ບາດ​ຂອງ​ຄະ​ນະ​ເລ​ຂາ​ອາ​ຊຽນ ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ປະ​ຊາ​ຄົມ​ລວມ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່​ແລ້ວ, ໄທ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ເຂົ້າ​ຮ່ວມ​ເຂົ້າ​ວິ​ວັດ​ທະ​ນາ​ການນີ້​ຢ່າງ​ຄົບ​ຖ້ວນ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ການ​ເຄື​່ອນ​ໄຫວ​ຊ່ວຍ​ວຽກ​ ແລະ ສ​ະ​ໜອງ​ແຫຼ່ງ​ກຳ​ລັງ​ທີ່​ຈຳ​ເປັນ​ເພື່ອ​ຊ່ວຍ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​​ຂອງ​ຄະ​ນະ​ເລ​ຂາ, ອົງ​ການ​ໃຈ​ກາງ​ຂອງ ອາ​ຊຽນ.


ຂ່າວ/ບົດ​ອື່ນ