ໄທແລະກຳປູເຈຍຍູ້ແຮງການຮ່ວມມືໃນຫລາຍຂົງເຂດ

ໄທແລະກຳປູເຈຍຍູ້ແຮງການຮ່ວມມືໃນຫລາຍຂົງເຂດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ
(ພາບ: EPA)

(vovworld) ​ ​ ​ແຈ້ງ​ການ​ໜັງສືພິມໃນ​ວັນ​ທີ 14/12 ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໄທ ​ໃຫ້​ຮູ້​ວ່າ: ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen ຈະ​ມີ​ການ​ຢ້ຽມ​ຢາມ ​ໄທ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 18/12 ຈະ​ມາ​ເຖິງ ​ແລະ ຈະ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມຄະນະ​ລັດຖະບານ​ຮ່ວມ 2 ປະ​ເທດ​ໃນ​ວັນ​ທີ 19/12. ກະຊວງ​ການ​ຕ່າງປະ​ເທດ ​ໄທ ​ໃຫ້​ຮູ້​ວ່າ: ການ​ພົບ​ປະ​ເຈລະຈາ​ຄາດ​ຄະ​ເນ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/12 ລະຫວ່າງ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອ​ຈາ ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງ ກຳປູ​ເຈຍ, 2 ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, ​ເລື່ອງຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນສ້າງ​ຕັ້ງ​ການພົວພັນ​ທາງ​ການທູດ, ການຮ່ວມ​ມື​ພັດທະນາ​ເຂດ​ຊາຍ​ແດນ 2 ປະ​ເທດ, ການຮ່ວມ​ມື​ດ້ານ​ກະສິກຳ, ການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ, ​ເພີ່ມ​ທະວີ​ການ ເຊື່ອ​ມຕໍ່ ​ແລະ ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ​ໃນ​ວັນ​ທີ 19/12, ລັດຖະມົນຕີ  2 ປະ​ເທດຈະ​ເປັນ​ປະທາ​ນຮ່ວມ​ກອງ​ປະຊຸມ​ລັດຖະບານຮ່ວມໄທ - ກຳປູ​ເຈຍ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ເພີ່ມ​ທະວີ​ໃນ​ບັນດາ​ຂົງ​ເຂດ​ຫຼັກ​ແຫຼ່ງ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື​: ດ້ານການ​ເມືອງ, ດ້ານ​ເສດຖະກິດ ​ແລະ ວັດທະນະທຳສັງຄົມ.

ຂ່າວ/ບົດ​ອື່ນ