ໄພເງິນເຟີ້ຢູ່ເຂດ Eurozone ຂຶ້ນເຖິງລະດັບສະຖິຕິ

(VOVWORLD) - ຂອງອົງການສະຖິຕິເອີລົບ (Eurostat) ແລ້ວ, ລະດັບການເຕີບໂຕລາຄາບໍລິໂພກອຸປະໂພກຂອງ 19 ປະເທດນຳໃຊ້ສະກຸນເງິນລວມເອີໂຣ ໃນເດືອນ ຕຸລາ ໄດ້ຂຶ້ນເຖິງລະດັບ 10,7%

ໄພເງິນເຟີ້ເຂດສະກຸນເງິນລວມ ເອີລົບ (Eurozone) ໄດ້ລື່ນກາຍລະດັບຄາດຄະເນ ແລະ ຂຶ້ນເຖິງໃນລະດັບສະຖິຕິໃນເດືອນ ຕຸລາ ຜ່ານມາ ແລະ ມີຄວາມອາດສາມາດຫຼາຍຢ່າງວ່າ ທະນາຄານສູນກາງ ເອີລົບ (ECB) ຈະສືບຕໍ່ເພີ່ມອັດຕາດອກເບ້ຍ ຍ້ອນຄວາມກົດດັນທີ່ນັບມື້ນັບເພີ່ມຂຶ້ນ.

        ຕາມບົດລາຍງານປະກາດເມື່ອວັນທີ 31 ຕຸລາ, ຂອງອົງການສະຖິຕິເອີລົບ (Eurostat) ແລ້ວ, ລະດັບການເຕີບໂຕລາຄາບໍລິໂພກອຸປະໂພກຂອງ 19 ປະເທດນຳໃຊ້ສະກຸນເງິນລວມເອີໂຣ ໃນເດືອນ ຕຸລາ ໄດ້ຂຶ້ນເຖິງລະດັບ 10,7%, ເມື່ອທຽບໃສ່ລະດັບ 9,9% ຂອງເດືອນກັນຍາ ແລະ ລື່ນກາຍລະດັບຄາດຄະເນແມ່ນ 10,2% ທີ່ຍົກອອກມາ. ໃນຂະນະນັ້ນ, ເຢຍລະມັນ, ອີຕາລີ ແລະ ຝລັ່ງ ແມ່ນ 3 ປະເທດທີ່ມີລະດັບເງິນເຟີ້ສູງສຸດ. ຄຽງຄູ່ກັນນັ້ນ, ປັດໄຈຕົ້ນຕໍທີ່ຍູ້ໃຫ້ລະດັບເງິນເຟີ້ “ປິນຂັ້ນໄດ” ແມ່ນລາຄາພະລັງງານທີ່ເພີ່ມຂຶ້ນສູງ, ລາຄາສະບຽງອາຫານ ແລະ ສິນຄ້າອຸດສາຫະກຳສົ່ງອອກກໍ່ຜົນສະທ້ອນ ສ່ວນໃດສ່ວນໜຶ່ງເຖິງຄ່າຄອງຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ