ໄລຍະທາງ 35 ປີແຫ່ງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງ ຫວຽດນາມ - ສະຫະປະຊາຊາດ

ໄລຍະທາງ 35 ປີແຫ່ງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງ ຫວຽດນາມ - ສະຫະປະຊາຊາດ - ảnh 1
(ສຳນັກງານສະຫະປະຊາຊາດ)

(vovworld) -     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 35 ປີ​ເຕັມ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​​ເປັນ​ສະມາຊິກສະຫະ​ປະຊາ​ຊາດຢ່າງ​ເປັນ​ທາງ​ການ (20/9/1977 – 20/9/2012), ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ມີ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ “​ໄລຍະ​ທາງ 35 ປີ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ຫວຽດນາມ - ສະຫະ​ປະຊາ​ຊາດ”, ທີ່ຢືນຢັນ​ວ່າ ເຫດການ​ຫວຽດນາມ ກາຍ​ເປັນ​ສະມາຊິກ​ທີ 149 ຂອງ​ອົງການ​ຫຼາຍ​ຝ່າຍ​ໃຫຍ່ກວ່າ​ໝູ່ຂອງ​ໂລກ ກ່ອນ​ນີ້ 35 ປີ ​ໄດ້​ເປີດ​ໄລຍະ​ໃໝ່​ໃຫ້​ແກ້​ການ​​ຕ່າງປະ​ເທດ​ຫ໌າຍຝ່າຍ​ຂອງຫວຽດນາມ ດ້ວຍ​ບັນດາ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມຂອງ​ກິດຈະການ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ.

        ບົດ​ຂຽນ​ໄດ້​ຊີ້​ແຈ້ງວ່າ, ຜ່ານ​ໄລຍະ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະ​ປະຊາ​ຊາດ ​ໄດ້​ມີ​ບັນດາ​ບາດ​ກ້າວ​ພັດທະນາ​​ກະ​ໂດດ​ຂັ້ນ​ໃນ​ທຸກ​ດ້ານ ຄື​ວັດທະນະທຳ, ການ​ສຶກສາ - ສັງຄົມ, ​ເສດຖະກິດ - ການ​ຄ້າ ຕະຫຼອດ​ຮອດ ການ​ປ້ອງ​ກັນ​ຄວາມ​ສະຫງົບ - ການ​ເມືອງ ​ແລະ ​​​ໃນ​ການ​ສົ​ມທົບ​ກັນປະຕິບັດ. ດ້ວຍ​ເລື່ອງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນດາ​ວຽກ​ງານ​ຂອງ​ສະຫະ​ປະຊາ​ຊາດ, ຫວຽດນາມ ​ໄດ້​ປະກອບສ່ວນ​ຕໍ່​ສູ້​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ຂອງ​ປະ​ເທດ​ຊາດ, ພ້ອມ​ກັນ​ນັ້ນ, ຕັ້ງໜ້າ​ສົມທົບ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ຂົນຂວາຍ, ຕໍ່ສູ້​ເພື່ອ​ຍາດ​ເອົາສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ ​ແລະ ພັດທະນາ, ຍົກ​ສູງ​ບັນດາ​ຫຼັກການພື້ນຖານ​ຂອງ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ. ຫວຽດນາມ ກໍ​ໄດ້​ຮັບ​ຄວາມ​ໄວ້​ເໜືອ​ເຊື່ອ​ໃຈ​ ​ແລະ ​ໄດ້​ຮັບ​ຕຳ​ແໜ່​ງຕ່າງໆ​ໃນ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ປະ​ເທດ​ສະມາຊິກ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ, ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ.

        ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ແລະ ການ​ຮ່ວມ​ມື​ກັບ​ສະຫະ​ປະຊາ​ຊາດ ​ເພື່ອ​​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງຕັ້ງໜ້າ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສ້າງຄວາມ​ສະດວກ​ໃຫ້​ແກ່​ການ​ຍູ້ແຮງການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຕໍ່ສູ້​​ເພື່ອ​ສັນຕິພາບ, ​ເອກະລາດ​ປະ​ເທດ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​​ສັງຄົມຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ