ໄລຍະທາງ 91 ປີແຫ່ງການນຳພາປະເທດຊາດຂອງ ພັກກອມມູນິດຫວຽດນາມ

(VOVWORLD) -ວັນທີ 3 ກຸມພາ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂອງລາວ ໄດ້ໄປຍັງສະຖານທູດຫວຽດນາມທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນເຫດການ 91 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.
ໄລຍະທາງ 91 ປີແຫ່ງການນຳພາປະເທດຊາດຂອງ ພັກກອມມູນິດຫວຽດນາມ - ảnh 1ທ່ານສົມດີ ບຸນຄຸນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວມາມອບຊໍ່ດອກໄມ້ອວຍພອນ

ທ່ານທອງສະລິດ ມັງໜໍ່ເມັກ ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ, ທ່ານສົມດີ ບຸນຄຸນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ໄປອວຍພອນບັນດາ ຜົນງານທີ່ຍິ່ງໃຫຍ່ ຊຶ່ງພັກ, ລັດ ແລະ ປະຊາຊົນຫວຽດນາມຍາດມາໄດ້ໃນ 91 ປີທີ່ຜ່ານມາ.

     ການນຳ ບັນດາກະຊວງ, ຂະແໜງການຕ່າງໆຂອງລາວ ສະແດງຄວາມເຊື່ອໝັ້ນວ່າ ໂດຍພາຍໃຕ້ການນຳພາຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດໃຫຍ່ນັ້ນ, ຫວຽດນາມຈະມາມາດຜ່ານຜ່າຄວາມຫຍຸ້ງຍາກຍ້ອນ ໂລກລະບາດ Covid – 19 ກໍ່ຂຶ້ນ, ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າ ແລະ ເຮັດສຳເລັດບັນດາເປົ້າໝາຍຊຶ່ງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ