ໄວໜຸ່ມ 3 ແຂວງເຂດຊາຍແດນ ຫວຽດນາມ- ລາວ ຮ່ວມມືສ້າງ ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ

ໄວໜຸ່ມ 3 ແຂວງເຂດຊາຍແດນ ຫວຽດນາມ- ລາວ ຮ່ວມມືສ້າງ ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ - ảnh 1
(ພາບປະກອບ)

(vovworld) -     ມີ​ສະມາຊິກ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ​ຂ​ອງ 3 ​ແຂວງ​ກວາງ​ຈິ້ (ຫວຽດນາມ), ​ແຂວງ​ສາລາ​ວັນ ​ແລະ ​ແຂວງສະຫວັນ​ນະ​ເຂດ ​ເກືອບ 100 ຄົນໄດ້​ເຂົ້າຮ່ວມ​ການ​ເຈລະຈາ​ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ”, ​ເຊິ່ງຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 27/9, ຢູ່​ນະຄອນ ດົງ​ຮ່າ, ​ແຂ​ວງກວາງ​ຈິ້. ການ​ເຄື່ອນ​ໄຫວ​ນີ້​ນອນ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ 3 ​ແຂວງ; ກວາງ​ຈິ້ (ຫວຽດນາມ), ​ແຂວງ​ສາລາ​ວັນ ​ແລະ ​ແຂວງສະຫວັນ​ນະ​ເຂດ (ລາວ)  ປີ 2012. ​ການປະກອບ​ຄຳ​ເຫັນ​ທີ່​ການ​ເຈລະ​ຈາ ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ສ້າງ​ເສັ້ນ​ຊາຍ​ແດນ​ຮ່ວມແຫ່ງ​ສັນຕິພາບ, ມິດຕະພາບ. ​ເຊິ່ງຕາມ​ນັ້ນ​ແລ້ວ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ສຶກສາ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ໃນ​ສະມາຊິກ​ຊາວ​ໜຸ່ມ​, ​ໄວ​ໜຸ່ມແຕ່ລະຄົນ ​ແລະ ກໍ​ຄື​ປະຊາຊົນ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ, ມິດຕະພາບ​​ແບບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ລາວ; ຊາບ​ຊືມບັນດາ​ແຜນ​ນະ​ໂຍບາຍຂອງ​ພັກ, ນະ​ໂຍບາຍ​, ກົດໝາຍ​ຂອງ​ລັດ, ບັນດາ​ສັນຍາ, ສົນທິສັນຍາ ​ແລະ ຂ້ໍ​ກຳນົດ​ກ່ຽວ​ກັບ​ຊາຍ​ແດນ, ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ອະ​ທິປະ​ໄຕ​ແຫ່ງ​ຊາດ, ຮັກສາ ​ແລະ ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ໄວ​ໜຸ່ມ 3 ​ແຂວງກວາງ​ຈິ້, ແຂວງ​ສາລາ​ວັນ ​ແລະ ​ແຂວງສະຫວັນ​ນະ​ເຂດ ​ໄດ້​ຂົນຂວາຍ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ຊ່ວຍ​ເຫຼືອ​ບັນດາ​ກຳລັງ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ເພື່ອ​ປະຕິບັດ​​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ​ລະຫວ່າງ​ຫວຽດນາມ - ລາວ, ປະກອບສ່ວນ​ສ້າງ​​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຮັບປະກັນປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ແຂວງກວາງ​ຈິ້, ແຂວງ​ສາລາ​ວັນ ​ແລະ ​ແຂວງສະຫວັນ​ນະ​ເຂດ.

ຂ່າວ/ບົດ​ອື່ນ