ໄວ​ໜຸ່ມ​ທົ່ວ​ປະ​ເທດ​ໃຕ້​ທຽນ​ອ​າ​ໄລ​ຫາ​ບັນ​ດາ​ວິ​ລະ​ຊົນ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) - ເພື່ອມຸ່ງໄປເຖິງການລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນຄ່ຳວັນທີ 24 ກໍລະກົດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ພິເສດ ກຳແພງເກົ່າ ກວ໋າງຈິ, ແຂວງ ກວ໋າງຈິ, ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ກະຊວງສຶກສາ ແລະ ບຳລຸງສ້າງ, ແຂວງ ກວ໋າງຈິ ໄດ້ຈັດຕັ້ງພິທີໃຕ້ທຽນ ອາໄລຫາບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ໄວ​ໜຸ່ມ​ທົ່ວ​ປະ​ເທດ​ໃຕ້​ທຽນ​ອ​າ​ໄລ​ຫາ​ບັນ​ດາ​ວິ​ລະ​ຊົນ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ຊາວໜຸ່ມນະຄອນຫຼວງ ຮ່າໂນ້ຍ ໃຕ້ທຽນອາໄລຍະນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: hanoimoi.com.vn)

ບໍ່ພຽງແຕ່ຢູ່ ກວ໋າງຈິ ເທົ່ານັ້ນ, ເຊິ່ງໄວໜຸ່ມໃນທົ່ວປະເທດ ກໍລ້ວນແຕ່ໄດ້ໃຕ້ທຽນອາໄລຫາບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດໃນທົ່ວປະເທດ. ເຂົ້າຮ່ວມພິທີໃຕ້ທຽນ, ເພື່ອນ ລຶວດິ່ງອານ, ສະມາຊິກຊາວໜຸ່ມ ເຊິ່ງປັດຈຸບັນພວມເຮັດວຽກຢູ່ໂຮງໝໍການຢາພື້ນເມືອງ ແລະ ຟື້ນຟູຮ່າງກາຍ ແຂວງ ກອນຕຸມ, ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ເປັນກຽດທີ່ສຸດເມື່ອໄດ້ເຂົ້າຮ່ວມພິທີໃຕ້ທຽນອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ. ເພື່ອສົມກັບຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດລຸ້ນກ່ອນ, ຂ້າພະເຈົ້າຈະພະຍາຍາມສູ້ຊົນສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມເພື່ອສ້າງສາປະເທດໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.

        ຄະນະຊາວໜຸ່ມບັນດາແຂວງ, ນະຄອນ ໃນທົ່ວປະເທດ ລ້ວນແຕ່ໄດ້ຈັດພິທີໃຕ້ທຽນອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດໃນຕອນຄ່ຳວັນທີ 24 ກໍລະກົດ. ນອກຈາກນັ້ນແລ້ວ, ໄວໜຸ່ມ ບັນດາແຂວງ, ນະຄອນ ກໍຈັດກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງຄື ຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ກວດພະຍາດ, ແຈກຢາຍຢຸກຢາໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ນັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ…

ຕອບກັບ

ຂ່າວ/ບົດ​ອື່ນ