ໜັງສື​ພິມ ສິງກະ​ໂປ ຕີ​ລາຄາ​ຕະຫຼາດການ​ຄ້າ​​ເອເລັກ​ໂຕນິກຂອງຫວຽດນາມ ​ແມ່ນ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ

(VOVWORLD) -ຫວຽດນາມ ແມ່ນພື້ນຖານເສດຖະກິດດີຈີຕອນ ທີ່ພວມມີການເຕີີບໂຕໄວທີ່ສຸດໃນພາກພື້ນ.
ໜັງສື​ພິມ ສິງກະ​ໂປ ຕີ​ລາຄາ​ຕະຫຼາດການ​ຄ້າ​​ເອເລັກ​ໂຕນິກຂອງຫວຽດນາມ ​ແມ່ນ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ - ảnh 1 (ພາບປະກອບ:tapchitaichinh.vn)

        ຕາມການຕີລາຄາຂອງໜັງສືພິມ The Business Times ຂອງ ສິງກະໂປ ທີ່ໄດ້ລົງພິມໃນວັນທີ 27 ມັງກອນ ແລ້ວ, ຫວຽດນາມ ແມ່ນພື້ນຖານເສດຖະກິດດີຈີຕອນ ທີ່ພວມມີການເຕີີບໂຕໄວທີ່ສຸດໃນພາກພື້ນ. ໝາກຜົນດັ່ງກ່າວ ສ່ວນຫຼາຍແມ່ນຍ້ອນກະແສເງິນລົງທຶນຢູ່ປະເທດນີ້ ຍັງຄົງສືບຕໍ່ເພີ່ມຂຶ້ນດ້ວຍລະດັບເຕີບໂຕທີ່ບໍ່ເຄີຍມີມາກ່ອນ. ໃນຕະຫຼອດ 4 ປີຜ່ານມາ, ແຫຼ່ງທຶນອຸປະຖໍາ ປະມານ 1 ຕື້ USD ໄດ້ລົງທຶນເຂົ້າຂົງເຂດການຄ້າເອເລັກໂຕນິກຂອງຫວຽດນາມ, ເຊິ່ງບັນລຸລະດັບເຕີີບໂຕສະຖິຕິໃນປີ 2019.

        ຜ່ານບົດລາຍງານທີ່ມີຫົວຂໍ້ “ຕະຫຼາດການຄ້າເອເລັກໂຕນິກພວມພຸ່ງຂຶ້ນຢູ່ຫວຽດນາມ” ໂດຍສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ - ISEAS Yusof Ishak ຫາກໍປະກາດໃນເດືອນມັງກອນນີ້, ສາມາດເຫັນໄດ້ກໍາລັງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທີ່ສຸດໃນຂົງເຂດການຄ້າເອເລັກໂຕນິກຂອງຫວຽດນາມ ຜ່ານການເປີດກວ້າງຂອງຂົງເຂດດັ່ງກ່າວ, ເຊິ່ງຄາດວ່າລາຍຮັບ ໃນປີ 2020 ຈະບັນລຸເຖິງ 15 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ