ໜັງ​ສື​ພິມ ອັງ​ກິດ ອະ​ທິ​ບາຍ​ບັນ​ດາ​ປັດ​ໄຈ​ຊຸກ​ຍູ້ ຫວຽດ​ນາມ ກາຍ​ເປັນ ຈຸດ​ພົ້ນ​ເ​ດັ່ນ ຂອງ​ພາກ​ພື້ນ ອາ​ຊີ

(VOVWORLD) - ບົດຂຽນໄດ້ຢັ້ງຢືນວ່າ ປັດຈຸບັນ ຫວຽດນາມ ພວມຫຼຸດພົ້ນອອກຈາກວິກິດການຂອງ ໂລກລະບາດໂຄວິດ - 19 ແລະ ນັບມື້ນັບ “ພົ້ນເດັ່ນຂຶ້ນ” ກ່ວາເວລາໃດໝົດ. 
ໜັງ​ສື​ພິມ ອັງ​ກິດ ອະ​ທິ​ບາຍ​ບັນ​ດາ​ປັດ​ໄຈ​ຊຸກ​ຍູ້ ຫວຽດ​ນາມ ກາຍ​ເປັນ ຈຸດ​ພົ້ນ​ເ​ດັ່ນ ຂອງ​ພາກ​ພື້ນ ອາ​ຊີ - ảnh 1ການຜະລິດເຄື່ອງອາໄຫຼ່ເອເລັກໂຕນິກ ຢູ່ບໍລິສັດ ຈຳກັດ 4P (ພາບ: TTXVN)

ຫວ່າງແລ້ວນີ້, ເວັບໄຊ MoneyWeek ຂອງ ອັງກິດ ໄດ້ລົງບົດຂຽນໂດຍຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີແງ່ຫວັງພັດທະນາທີ່ສຸດຂອງ ອາຊີ ໃນຕະຫຼອດໄລຍະຍາວ. ບົດຂຽນໄດ້ຢັ້ງຢືນວ່າ ປັດຈຸບັນ ຫວຽດນາມ ພວມຫຼຸດພົ້ນອອກຈາກວິກິດການຂອງ ໂລກລະບາດໂຄວິດ - 19 ແລະ ນັບມື້ນັບ “ພົ້ນເດັ່ນຂຶ້ນ” ກ່ວາເວລາໃດໝົດ. ຫວຽດນາມ ພົ້ນເດັ່ນໃນບັນຊີລາຍຊື່ຈຳນວນໜ້ອຍປະເທດ ທີ່ໄດ້ຮັບຮູ້ວ່າມີການເຕີບໂຕເປັນບວກໃນປີ 2020.

        ບົດຂຽນໄດ້ຍົກອອກເຫດຜົນຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ຜົນງານທີ່ເປັນໜ້າປະທັບໃຈດັ່ງກ່າວ. ກ່ອນອື່ນໝົດ, ນັ້ນແມ່ນຄວາມສາມາດໃນການຮັບມືກັບໂລກລະບາດໂຄວິດ - 19. ຄຽງຄູ່ກັນນັ້ນ, ຕ້ອງເຕື້ອງເຖິງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ການສົ່ງອອກ ແລະ ລົງທຶນໃຫ້ແກ່ພື້ນຖານໂຄງລ່າງ. ໃນສະພາບການເກີດໂລກລະບາດໂຄວິດ -19 , ຫວຽດນາມ ໄດ້ມີຍຸດທະສາດເປັນເຈົ້າການ, ກະກຽມບັນດາເງື່ອນໄຂສຳຄັນ, ຍົກສູງລະບົບມູນຄ່າຜະລິດ, ດຶງດູດການລົງທຶນ.  ບົດຂຽນກໍ່ສະແດງຄວາມປະເອີບໃຈຕໍ່ຄວາມເປັນໄປໄດ້ວ່າ ຫວຽດນາມ ຈະມີການເຕີບໂຕແບບຍືນຍົງໃນໄລຍະຍາວ ແລະ ກາຍເປັນໜຶ່ງໃນບັນດາຕະຫຼາດທີ່ມີແງ່ຫວັງທີ່ສຸດຂອງ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ