ໜັງສືພິມ ອີຢິບ ຍ້ອງຍໍສັນລະເສີນ ປະທານໂຮ່ຈິມິນ ແລະ ການພົວພັນຫວຽດນາມ - ອີຢິບ

(VOVWORLD) -ອີຢີບ ແມ່ນໜຶ່ງໃນບັນດາປະເທດທໍາອິດໃນໂລກ ທີ່ໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ເມື່ອປີ 1963.
ໜັງສືພິມ ອີຢິບ ຍ້ອງຍໍສັນລະເສີນ ປະທານໂຮ່ຈິມິນ ແລະ ການພົວພັນຫວຽດນາມ - ອີຢິບ - ảnh 1ບົດຂຽນຍ້ອງຍໍສັນລະເສີນ ປະທານໂຮ່ຈິມິນ ແລະ ການພົວພັນຫວຽດນາມ - ອີຢິບ ຂອງນັກຂ່າວ ອີຢີບ Kamal Gaballah (ພາບ: VOV)

ເນື່ອງໃນໂອກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອີຢີບ, ນັກຂ່າວ ອີຢີບ Kamal Gaballah ໄດ້ມີບົດຂຽນ ທີ່ມີຫົວຂໍ້ວ່າ “ເດີນຕາມເສັ້ນທາງຂອງປະທານໂຮ່ຈີມິນ” ເຊິ່ງໄດ້ລົງພິມໃນຄໍລໍາວິພາກວິຈານຂອງໜັງສືພິມ Al – Ahram, ສະບັບອອກໃນວັນທີ 14 ຕຸລາ. ໃນບົດຂຽນ, ນັກຂ່າວ Kamal ຢັ້ງຢືນວ່າ: ປະທານໂຮ່ຈີມິນ ໄດ້ສະຫງວນຄວາມຮັກທີ່ພິເສດໃຫ້ແກ່ ອີຢີບ ແລະ ເພີ່ນໄດ້ຮັບຄວາມຮັກ, ຄວາມເຄົາລົບນັບຖື ຈາກປະຊາຊົນໃນໂລກ ແລະ ອີຢີບ ນັບລ້ານໆຄົນ ດ້ວຍຊື່ເອີ້ນທີ່ແສນຮັກວ່າ “ບາກໂຮ່” (ລຸງໂຮ່)

        ບົດຂຽນດັ່ງກ່າວ ກໍຊີ້ແຈ້ງວ່າ: ອີຢີບ ແມ່ນໜຶ່ງໃນບັນດາປະເທດທໍາອິດໃນໂລກ ທີ່ໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ເມື່ອປີ 1963. ການພົວພັນສອງຝ່າຍ ຫວຽດນາມ-ອີຢີບ ແມ່ນການພົວພັນປະຫວັດສາດທີ່ຕັ້ງໜ້າ, ເຊິ່ງໄດ້ເປັນພະຍານຫຼັກຖານໃນການພັດທະນາແບບທີ່ບໍ່ເຄີຍມີມາກ່ອນ ໃນຊຸມປີ 2017 – 2018; ການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຄັ້ງຕ່າງໆ ແລະ ບັນດາຂໍ້ຕົກລົງສະບັບຕ່າງໆ ເພື່ອເພີ່ມທະວີການຄ້າສອງຝ່າຍໃຫ້ບັນລຸໄດ້ 01 ຕື້ USD ໃນປີ 2020. ບໍລິສັດຫຼາຍແຫ່ງຂອງຫວຽດນາມ ໃຫ້ຄໍາໝັ້ນສັນຍາເຂົ້າມາລົງທຶນຢູ່ ອີຢິບ ໃນບັນດາຂົງເຂດຄືກະສິກໍາ, ການປະມົງ ແລະ ການຕໍ່ກໍ່າປັ່ນ ກໍຄືການຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດການທ່ອງທ່ຽວ, ການສຶກສາ ແລະ ວັດທະນະທໍາ.

        ນັກຂ່າວ Kamal ກໍໄດ້ຊີ້ໃຫ້ເຫັນບັນດາກໍາລັງໜູນອື່ນໆ ສໍາລັບການພັດທະນາການພົວພັນສອງຝ່າຍລະຫວ່າງຫວຽດນາມ - ອີຢີບ, ໃນນັ້ນ ຫວຽດນາມພວມມີຄວາມປາດຖະໜາເປີດກວ້າງໄປສູ່ເອີຣົບ. ສອງຝ່າຍຕ່າງກໍປາດຖະໜາຢາກເປີດກວ້າງດ້ານການຄ້າ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດກະສິກໍາ, ທ່ອງທ່ຽວ ແລະ ວັດທະນະທໍາ.

        ນັກຂ່າວ VOV ປະຈໍາ ອີຢີບ

ຕອບກັບ

ຂ່າວ/ບົດ​ອື່ນ