ໜັງສືພິມປະຊາຊົນເຂົ້າຮ່ວມງານບູນໜັງສືພິມມະນຸດສະທຳຢູ່ຝລັ່ງ

ໜັງສືພິມປະຊາຊົນເຂົ້າຮ່ວມງານບູນໜັງສືພິມມະນຸດສະທຳຢູ່ຝລັ່ງ - ảnh 1
(ທ່ານ​​ເລກ​ວ໋ກ​ແຄ໋ງ, ຮອງ​ບັນນາທິການ​ໃຫຍ່,
ຫົວ​ໜ້າ​ຄະນະ​ຜູ້​ແທນ​ໜັງສືພິມ​ປະຊາຊົນ)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 11 – 13/09, ໜັງ​ສືພິມ​ປະຊາຊົນຫວຽດນາມ ​​ໄດ້​ມີ​ຮ້ານ​ວາງສະ​ແດງ ພ້ອມ​ກັບ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ໃນ​ງານ​ບູນໜັງ​ສື​ພິມ​ມະນຸດສະທຳ​ຢູ່​ຝລັ່ງ. ຮ້ານ​ວາງສະ​ແດງ​ຂອງ​ໜັງສືພິມ​ປະຊາຊົນ ​ໄດ້​ໂຄສະນາ​ເຖິງ​ເພື່ອນ​ມິດ​ຝລັ່ງ ​ແລະ ສາກົນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ຫວຽດນາມ ​ບົນ​ເສັ້ນທາງ​ 30 ປີ​ແຫ່ງການປ່ຽນ​ແປງ​ໃໝ່.

        ກ່າວ​ຄຳ​ເຫັນ​ໄຂຮ້ານ​ວາງສະ​ແດງ​ຂອງ​ໜັງສືພິມ​ປະຊາຊົນ, ທ່ານ​​ເລກ​ວ໋ກ​ແຄ໋ງ, ຮອງ​ບັນນາທິການ​ໃຫຍ່, ຫົວ​ໜ້າ​ຄະນະ​ຜູ້​ແທນ​ໜັງສືພິມ​ປະຊາຊົນເຂົ້າ​ຮ່ວມງານ​ບູນໜັງສືພິມ ​ເນັ້ນ​ໜັກ​ວ່າ, ງານ​ບູນໜັງສືພິມ​ມະນຸດສະທຳ​ປີ​ນີ້ ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ໂລກຍັງ​ມີ​ການ​ຜັນ​ແປ່​ສັບສົນ​ຫຼາຍ​ຢ່າງ. ທ່າ​ອ່ຽງສັນ​ຕະພາບ, ການຮ່ວມ​ມື, ​ການເຊື່ອມ​ໂຍງ​ຍັງ​ພັດທະນາ​ຢູ່ ​ແຕ່​ບັນດາ​ປັດ​ໃຈ​ນາບ​ຂູ່​ເຖິງ​ສັນຕິພາບ, ຄວາມ​ສະຫງົບຢູ່​ຫຼາຍ​ພາກ​ພື້ນ​ໃນ​ໂລກ, ​ໃນ​ນັ້ນ​ມີ​ເຂດ​ທະ​​ເລ​ຕາ​ເວັນ​ອອກພັດ​ບໍ​່ຫຼຸດ​ລົງ. ທ່ານ​ເລກ​ວ໋ກ​ແຄ໋ງ ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ເມື່ອ​ເຫັນ​ວ່າ​ບັນດາ​ເພື່ອ​ມມິດສາ​ກົນ ​ເອົາ​ໃຈ​ໃສ່​ຫຼາຍ​ຢ່າງເຖິງ​ບັນດາ​ຜົນງານ​ຂອງ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ໄດ​້ຄວາມ​ສາມັກຄີ​ຂອງ​ບັນ​ດາ​ເພື່ອນ​ໜຸ່ມ​ພັກ​ກ​​ອມມູນິດ, ສະ​ແດງ​ໃຫ້​ເຫັນວ່າ ​ຫວຽດນາມ ​ໄດ້​ສ້າງ​ຄວາມ​ດຶງ​ດູດອັນ​ໃຫຍ່​ຫຼວງ​ໃຫ້​ແກ່ພວກ​​ເພື່ອນ​ ​ແລະ ​ພວກ​ເພື່ອນ​​ເອົາ​ໃຈ​ໃສ່, ຕິດຕາມ​ບັນ​ດາ​ບາດກ້າວ​ພັດທະນາ​ຂອງ​ຫວຽດນາມ”.

ຂ່າວ/ບົດ​ອື່ນ