ໜັງສືພິມຝະລັ່ງ: ຫວຽດນາມນັບມື້ນັບ ດູດດື່ມໃຈແຂກທ່ອງທ່ຽວ ລັດເຊຍ


ໜັງສືພິມຝະລັ່ງ: ຫວຽດນາມນັບມື້ນັບ ດູດດື່ມໃຈແຂກທ່ອງທ່ຽວ ລັດເຊຍ - ảnh 1

ມຸຍ​ແນ-​ນິງທ້ວນ

 (ພາບ: TTXVN)

 (vovworld)- ​ ຈຳນວນ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ​ເລືອກ​ຫວຽດນາມ ​ແມ່ນ​ສະຖານ​ທີ່​ພັກ​ຜ່ອນຢ່ອນ​ໃຈ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີຜ່ານ​ມາ, ພິ​ເສດ​ແມ່ນ​​ບັນດາ​ຫາດຊາຍ​ທະ​ເລ​ທີ່​ສວຍ​ງາມ​ດ້ວຍ​ລາຄາ​ເໝາະ​ສົມ​ຢູ່ ມຸຍ​ແນ, ນະຄອນຟານ​ທຽດ….ຍາມ​ໃດ​ກໍ​ແມ່ນ​ການ​ເລືອກ​​ເຟັ້ນອັນ​ດັບ 1 ຂອງບັນດາ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ. ຕາມ​ໜັງສືພິມ Le Monde Diplomatique ສະບັບ​ອອກ​ເດືອນ 8/2014, ​ໃນ​ຊຸມ​ປີຜ່ານມາ, ​ແຂກ​ທ່ອ​ງທ່ຽວ​ລັດ​ເຊຍ ​ໄດ້​ມີ​ການ​ຫັນ​ທິດມາ​ເລືອກ​ເຟັ້ນສະຖານ​ທີ່​ພັກຜ່ອນ​ຢູ່ນະຄອນ​ໂຮ່ຈິ​ມິນ ​ແລະ ກາມ​ແຣງ…​ເຂດ​ນ້ຳ​ແດນ​ດິນ​ທາງ​ພາກ​ກກາງ​ຫວຽດນາມ ມີ​ຄວາມ​ດູດດືມ​ໃຈ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ​ເປັນ​ພິ​ເສດ ຍ້ອນ​ບັນຍາກາດ​ສະຫງົບ​ງຽບຢູ່​ທີ່​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າລື່ມອາກາດ​ໜາວ​ຈັດ​ຂອງ​ປະ​ເທດ​ລັດ​ເຊຍ./.

 

ຂ່າວ/ບົດ​ອື່ນ