ໜັງສືພິມລາຍວັນອັນດັບໜຶ່ງຂອງໄທລົງພິມບົດນຳຮຽກຮ້ອງອາຊຽນມີປະຕິກິລິຍາຕໍ່ການກະທຳຂອງຈີນ

ໜັງສືພິມລາຍວັນອັນດັບໜຶ່ງຂອງໄທລົງພິມບົດນຳຮຽກຮ້ອງອາຊຽນມີປະຕິກິລິຍາຕໍ່ການກະທຳຂອງຈີນ - ảnh 1
ຈີນ ​ນຳ​ເຮືອ​ບິນ​ລົງ​ຈອດ​ຢູ່​ເກາະ​ຫີນ ຈຶ້​ເທີບ
​ເຊິ່ງ​ໄດ້ກໍ່​ສ້າງ​ຢ່າງ​ຜິດ​ກົດ​ໝາຍຢູ່​ໝູ່​ເກາະ​ຮ່​ວາງ​ຊາ​ຂອງ​ຫວຽດ​ນາມ
(ພາບ: TXH)


(vovworld) –​ ຕອນ​ເຊົ້າ​ວັ​ນ​ທີ 12/01, ໜັງ​ສື​ພິມ​ລາຍ​ວັນອັ​ນ​ດັບ​ໜຶ່ງ​ຂອງ​ໄທ​ ແມ່ນ Bangkok Post ແລະ The Nation ໄ​ດ້​ລົງ​ພິມ​ບັນ​ດາ​ບົດ​ນຳ ຮຽກ​ຮ້ອງ​ໃຫ້​ປະ​ເທດ​ໄທ ເວົ້າ​ສະ​ເພາະ ແລະ ອາ​ຊຽນ​ ເວົ້າ​ລວ​ມ ຕ້ອງ​ມີ​ປະ​ຕິ​ກິ​ຕິ​ຍາ​​ສຳ​ລັບ​ການ​ກະ​ທຳ​ຂອງ​ຈີນ ທີ່​ນຳ​ເຮືອ​ບິນ​ລົງ​ຈອດ​ຢູ່​ເກາະ​ຫີນ ຈຶ້​ເທີບ ​ເຊິ່ງ​ໄດ້ກໍ່​ສ້າງ​ຢ່າງ​ຜິດ​ກົດ​ໝາຍ ​ຢູ່​ໝູ່​ເກາະ​ຮ່​ວາງ​ຊາ​ຂອງ​ຫວຽດ​ນາມ.

      ບົດ​ຂຽນ​ຂອງ​ໃນ​ໜັງ​ສື​ພິມ The Nation ໄດ້​ຍົກ​ອອກ​ບັນ​ດາ​ຄຳ​​ເຫັນ​ຄັດ​ຄ​້ານ​ຢ່າງ​ແຮງ​ຂອງ​ຝ່າຍ​ຫວຽດ​ນາມ ກໍ່​ຄື​ຟິ​ລິບ​ປີນ ​ຕໍ່​ການ​ກະ​ທຳ​ຂອງ​ຈີນ. ບົດ​ຮຽນ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ແນ່ນອນ​ວາ່ ອາ​ຊຽນ ຈະ​ບໍ່​ລະ​ງັ​ບ​ໃຈ​ຕໍ່ບັນ​ຫານີ້​ໄດ້ ເຖິງວ່າ​ມັນ​ຈະ​ສົ່ງ​ຜົນ​ສະ​ທ້ອນ​​ອັນ​ໃຫຍ່​ຫຼວງ​ເຖິງ​ການ​ພົວ​ພັນ​ກັບ​ຈ​ີນ ກໍ່​ຕາມ. ບົດ​ຂຽນ​ກໍ​ຍົກ​ອອກ​ປະ​ຕິ​ກິ​ລິ​ຍາ​ຂອງ​ອາ​ເມ​ລິ​ກາ ສຳ​ລັບ​ການ​ກະ​ທ​ຳ​ຂອງ​ຈ​ີນ, ໃນ​ນັ້ນ​ຝ່າຍ​ອາ​ເມ​ລິ​ກາ ເນັ້ນ​ໜັກ​ວ່າ, ທະ​ເລ​ຕາ​ເວັນ​ອອກ ແມ່ນ​ໜຶ່ງ​ໃນ​ບັນ​ດາ​​ສາຍ​ທາງ​ແລກ​ປ່ຽນ​ການ​ຄ​້າ​ທີ່ຄຶກ​​ໂຄມ​ໜາ​ແໜ້ນ​ທີ່​ສຸດ​ໃນ​ໂລ​ກ ແລະ ມີ​ຄວາ​ມ​ສຳ​ຄັນ​ສຳ​ລັບ​ຜົນ​ປະ​ໂຫຍດ​ດ້ານ​ການ​ຄ້າບໍ່ວ່າ​ຂອງ​ປະ​ເທດ​ໃດ. ເພາະ​ສະ​ນັ້ນ, ບັນ​ດາ​ການ​ຂັດ​ແຍ້ງ​ກັນຢູ່​ພາກ​ພື້ນນີ້​ພວມ​ກາຍ​ເປັນ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ອາ​ເມ​ລິ​ກາ. ວໍ​ຊິງ​ຕັນ ຖະ​ແຫຼງວ່າ ​ການ​ກະ​ທຳ​ໃຫ້ເຮືອ​ບິນ​ພົນ​ລະ​ເຮືອນ​ຂອ​ງ​ຈີນ ບິນ​ຈອດຢູ່​ເກາະ​ຫີນ ຈຶ້​ເທີບ ​ພວມ​ເປັນ​ການ​ນາບ​ຂູ່​ເຖິງ​ຄວາມ​ໝັ້​ນ​ຄົງ​ໃນ​ພາກ​ພື້​ນ​.

      ສ່ວນ​ໜັງ​ສື​ພິມ Bangkok Post ໄດ້​ຍົກ​ອອກ​ຄຳ​ເຫັນໂດຍ​ຖື​ວ່າ ຈີນ ຕ້ອງ​ຮັບ​ຜິດ​ຊອບ​ຍ້ອນ​ໄດ້​ສ້າງ​ການ​ປະ​ທ​ະ​ກັນ​ທີ່ບໍ່​ຈຳ​ເປັນ ແລະ ​ອັນ​ຕ​ະ​ລາຍ​​ທີ່ສຸດ. ໜັງ​ສື​ພິມນີ້​ກໍ​ຖື​ວ່າ ປັກ​ກິງ ຄວນ​ລະ​ມັດ​ລະ​ວັງ, ພ້ອມ​ທັງ​ຕ້ອງ​ເ​ອົາ​ໃຈ​ໃສ່​ເຖິງ​ທ່າ​ທີ​ຂອງ​ປະ​ເທດ​ອື່​ນ. ຕາມ​ໜັງ​ສື​ພິມ Bangkok Post ແລ້ວ, ຈີນ ໄດ້​ກໍ​ໄພ​ອັນ​ຕະ​ລາຍ​​ທີ່​ສຸດ​ສຳ​ລັບ​ຄວາມ​ປອ​ດ​ໄພ​​ທາງການ​ບິນ​ດ້ວຍ​ບັນ​ດາ​ຖ້ຽວ​ບິນ​ໄປ​ມາ​ໃນ​ນ່ານ​ຟ້າ​ໝູ່​ເກາະ​ເຈື່ອງ​ຊາ ຂອງ​ຫວຽດ​ນາມ. ນັ້ນ​ແມ່ນ​ການ​ກະ​ທ​ຳຢ່າງ​ຜິດພາດ, ຍ້ອນ​​ວ່າບັນ​ດ​າ​ຖ້ຽວ​ບິນຂອງ​ຈີນ ​ໄດ້ບິນ​ຜ່ານ​ເຂດ​ນ່ານ​ຟ້າ​ທີ່​​ມີ​ການ​ເຄື່ອນ​ໄຫວ​ໄປ​ມາ​ຂອງ​ຫຼາຍບໍລິ​ສັດ​ການ​ບິນ. ສິ່ງ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ເຮືອ​ບິນຂອງ​ບໍ​ລິ​ສັດ​ຕ່າງໆຕ້ອງ​ປະ​ເຊີນ​ໜ້າ​ກັບ​ໄພ​ອ​ັນ​ຕະ​ລາຍ. ນັ້ນ​ແມ່ນ​​ການ​ຕົກ​ລົງ​ຢ່າງ​ຜິ​ດ​ພາດຂອງ​ປັ​ກ​ກິງ ​ແລະ ຕ້ອ​ງ​ຢຸດ​ຕິ​ໂດຍ​ທັນ​ທີ.

ຂ່າວ/ບົດ​ອື່ນ