ໜັງສືພິມເຢຍລະມັນຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ

ໜັງສືພິມເຢຍລະມັນຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ - ảnh 1
(ພາບ​ປະ​ກອບ​ຈາກ Trần Việt/TTXVN)

(vovworld) – ໜັງ​ສື​ພິມ “ຄື້ນ​ຟອງ​ເຢຍ​ລະ​ມັນ” (DW) ສະ​ບັບ​ອອກມໍ່ໆ​ມາ​ນີ້​ມີ​ບົດ​ຂຽນ​ໃຫ້​ຮູ້​ວ່າ: ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ ນັບ​ມື້​ນັບ​ຖື ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ​ຢູ່​ພາກ​ພື້ນ ອາ​ຊີ  - ປາ​ຊີ​ຟິກ. ບົດ​ຂຽນ​ໄດ້​ຍົກ​ຕົວ​ຢ່າງ​ກ່ຽວ​ກັບ​ຜົນ​ສ​ຳ​ເລັດ​ຂອງ​ກຸ່ມ​ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ກິ​ລາ Adidas ຢູ່ ຫວຽດ​ນາມ. ແຕ່ຫຼາຍ​ປີ​ມານີ້, ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ນີ້​ໄດ້​ຮັບ​ການ​ຜະ​ລິດ​ຢູ່ ຫວຽດ​ນາມ ແລະ ຫວຽດ​ນາມ ກາຍ​ເປັນ​ສະ​ຖານ​ທີ່​ສະ​ໜອງ​ຜະ​ລິດ​ຕະ​ພັນ​ສຳ​ຄັນ​ອັນ​ດັບ 3 ຂອງ Adidas ໃນ​ທົ່ວ​ໂລກ ຖັກ​ຈາກ ຈີນ ແລະ ອິນ​ໂດ​ເນ​ເຊຍ. ບົດ​ຂຽນ​ຖື​ວ່າ: ບໍ່​ພຽງ​ແຕ່ Adidas ເທົ່າ​ນັ້ນ ຫາກ​ຍັງ​ມີ​ບໍ​ລິ​ສັດ​ຫຼາຍ​ແຫ່ງ​ຂອງ ເຢຍ​ລະ​ມັນ ເວົ້າ​ລວມ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ​​ຈາກຜູ້​​ໃ​ຊ້​ສອຍ ຫວຽດ​ນາມ, ພິ​ເສດ​ແມ່ນ​ຂົງ​ເຂດ ໂອ​ໂຕດ້ວຍ​ບັນ​ດາ​ຍີ່​ຫໍ້​ຄື: Mercedes, BMW ຫຼື Audi.

        ຕາມ​ບົດ​ຂຽນ​ແລ້ວ, ດ້ວຍ​ພົນ​ລະ​ເມືອງ 90 ລ້ານ​ຄົນ ແລະ ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ເປັນ​ປົກ​ກະ​ຕິນັ້ນ, ຫວຽດ​ນາມ ໄດ້​ກາຍ​ເປັນ​ຕະຫຼາ​ດ​ໃຊ້​ສອຍ​ພາຍ​ໃນ​​ທີ່ດຶງ​ດູດ​​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ, ໃນ​ນັ້ນ​ມີ​ບັນ​ດາ​ນັກ​ລົງ​ທຶນ​ເຢຍ​ລະ​ມັນ. ຄຽງ​ຄູ່​ກັນ​ນັ້ນ, ດ້ວຍ​ແງ່​ຫວັງ​ເຕີບ​ໂຕໃນ​ປີ 2015 ຕາມ​ການ​ຄາ​ດ​ຄະ​ເນ​ຂອງ​ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ (OECD), ຫວຽດ​ນາມ ຈະ​ແມ່ນ​ຕະຫຼາດທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ແລະ ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ.


ຂ່າວ/ບົດ​ອື່ນ