ໜັງສືພິມແບນຊິກ: ຫວຽດນາມ ພວມກາຍເປັນ “ຍອດປະພາຄານ” ກ່ຽວກັບເສດຖະກິດໃນພາກພື້ນ

(VOVWORLD) - ແມ່ນຄູ່ຮ່ວມມືພັດທະນາຂອງ ສະຫະພາບເອີລົບ (EU) ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ, ພວມກາຍເປັນ “ຍອດປະພາຄານ” ໃນພາກພື້ນ ດ້ວຍຄວາມສາມາດຄວບຄຸມໄພເງິນເຟີ້
ໜັງສືພິມແບນຊິກ: ຫວຽດນາມ ພວມກາຍເປັນ “ຍອດປະພາຄານ” ກ່ຽວກັບເສດຖະກິດໃນພາກພື້ນ - ảnh 1ພາບປະກອບ

ໜັງສືພິມ The Brussels Times ຂອງ ແບນຊິກ ສະບັບອອກວັນທີ 21 ກັນຍາ ມີບົດຂຽນໃຫ້ສັງເກດກ່ຽວກັບຫວຽດນາມວ່າ: ແມ່ນຄູ່ຮ່ວມມືພັດທະນາຂອງ ສະຫະພາບເອີລົບ (EU) ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ, ພວມກາຍເປັນ “ຍອດປະພາຄານ” ໃນພາກພື້ນ ດ້ວຍຄວາມສາມາດຄວບຄຸມໄພເງິນເຟີ້ ແລະ ຮັກສາການເຕີບໂຕເສດຖະກິດຢູ່ໃນລະດັບສູງເຖິງວ່າສະພາບການສາກົນມີການຜັນແປຫຼາຍຢ່າງ. ດ້ວຍຫົວຂໍ້ “ການຮ່ວມມືຮອບດ້ານໃນກ່ວາ 30 ປີ: ເພື່ອຄວາມວັດທະນາຖາວອນ ແລະ ສະຫວັດດີການຂອງ EU ແລະ ພົນລະເມືອງ ຫວຽດນາມ”, ຜູ້ຂຽນໄດ້ຊີ້ແຈ້ງວ່າ, ເຖິງວ່າເສດຖະກິດໂລກພວມຕ້ອງປະເຊີນໜ້າກັບໄພຊຸດໂຊມກໍ່ຕາມ, ແຕ່ບັນດາອົງການການເງິນສາກົນໄດ້ຍົກອອກບັນດາການກະຕວງຢ່າງຕັ້ງໜ້າໃຫ້ແກ່ເສດຖະກິດ ຫວຽດນາມ. ຜູ້ຂຽນໄດ້ຢັ້ງຢືນວ່າບັນດາໝາກຜົນພົ້ນເດັ່ນຂອງ ຫວຽດນາມ ແມ່ນຍ້ອນລັດຖະບານມີນະໂຍບາຍບໍລິຫານທີ່ມີໄຫວພິບຄືໜູນຊ່ວຍດ້ວຍອັດຕາດອກເບ້ຍຕ່ຳ, ຮັກສາການເຕີບໂຕສິນເຊື່ອ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ຜູ້ຂຽນຢັ້ງຢືນວ່າ: ບັນດາບໍລິສັດ ເອີລົບ ນັບມື້ນັບຖື ຫວຽດນາມ ແມ່ນສູນການລົງທຶນ, ດຳເນີນທຸລະກິດທີ່ເຕັມໄປດ້ວຍແງ່ຫວັງດ້ວຍຫຼາຍໂຄງການທີ່ມີຄຸນນະພາບ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ