ໜູ​ນ​ຊ່ວຍ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຮ້ານ​ຂາຍ​ເຄື່ອງ​ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ

(VOVWORLD) - ຕໍ່ໜ້າສະພາບການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ - 19 ອັນໄດ້ເຮັດໃຫ້ຫຼາຍແຂວງ, ນະຄອນທີ່ປະສົບກັບຄວາມຫຍຸ້ງຍາກໃນການຈຳໜ່າຍຜະລິດຕະພັນກະເສດຢູ່ທ້ອງຖິ່ນ ເປັນຕົ້ນແມ່ນ ແຂວງ ຫ໋າຍເຢືອງ, ຮຶງອຽນ, ບັກຢາງ ແລະ ຊອກຈັງ, ຂະແໜງອຸດສາຫະກຳ ແລະ ການຄ້າ ພວມຍູ້ແຮງການເຊື່ອມຕໍ່, ແນະນຳໂຄສະນາຜະລິດຕະພັນກະເສດໃນພື້ນຖານດີຈີຕອນ, ໂປຼແກຼມການຄ້າເອເລັກໂຕນິກ. 
ໜູ​ນ​ຊ່ວຍ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຮ້ານ​ຂາຍ​ເຄື່ອງ​ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ - ảnh 1ມີຜະລິດຕະພັນກະເສດຫຼາຍຊະນິດໄດ້ເປີດຂາຍຜ່ານໂປຼແກຼມການຄ້າເອເລັກໂຕນິກ Voso ຜ່ານ “ຮ້ານຂາຍເຄື່ອງ ຫວຽດນາມ ທາງອອນລາຍ” (ພາບປະກອບ: congthuong.vn)

ມີຜະລິດຕະພັນກະເສດຫຼາຍຊະນິດໄດ້ເປີດຂາຍຜ່ານໂປຼແກຼມການຄ້າເອເລັກໂຕນິກ Voso ຜ່ານ “ຮ້ານຂາຍເຄື່ອງ ຫວຽດນາມ ທາງອອນລາຍ” ພ້ອມທັງໄດ້ຮັບນະໂຍບາຍບຸລິມະສິດທີ່ດູດດື່ມກ່ຽວກັບລາຄາ. ນີ້ແມ່ນໂຄງການ ໂດຍກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດີຈີຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ” ເປັນເຈົ້າພາບຈັດຕັ້ງ, ສົມທົບກັບໂປຼແກຼມການຄ້າເອເລັກໂຕນິກ Voso (Viettel Post) ຜັນຂະຫຍາຍ ໃນຂອບເຂດໂຄງການພັດທະນາການຄ້າເອເລັກໂຕນິກແຫ່ງຊາດ.

        ທ່ານ ດັ້ງຮວ່າງຫາຍ, ຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ໂຄງການດັ່ງກ່າວ ໄດ້ຮັບການຕີລາຄາວ່າ ແມ່ນມາດຕະການທີ່ມີປະສິດທິຜົນ, ຍືນຍົງ ຊ່ວຍໃຫ້ວິສາຫະກິດຢູ່ທ້ອງຖິ່ນ ໝູນໃຊ້ເຕັກໂນໂລຢີ ດີຈີຕອນ ເພື່ອສຳຜັດ ແລະ ເປີດກວ້າງຕະຫຼາດຈຳໜ່າຍສິນຄ້າໃນທົ່ວປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ