ໜູນຊ່ວຍຊາວ ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນເຊົ້າວັນທີ 3 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ໄປຍັງລັດ ປີນາງ ມອບຂອງຂວັນຈຳນວນ 100 ພູດ ເພື່ອໜູນຊ່ວຍພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ທີ່ນີ້ ພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ໜູນຊ່ວຍຊາວ ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ມອບຂອງຂວັນຈຳນວນ 100 ພູດ ເພື່ອໜູນຊ່ວຍພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ປີນາງ, ມາເລເຊຍ (ພາບ: Vietnam+)

ປີນາງ ກໍແມ່ນບ່ອນທີ່ເຕົ້າໂຮມແຮງງານ ຫວຽດນາມ ເປັນຈຳນວນຫຼາຍພໍສົມຄວນ ເຊິ່ງພວມເຮັດວຽກໃນຂົງເຂດຕ່ຳແຜ່ນຕັດຫຍິບ, ກໍ່ສ້າງ, ເອເລັກໂຕນິກ… ເພາະວ່າ ມາເລເຊຍ ພວມປະຕິບັດການປິດເມືອງໃນວົງກວ້າງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພຽງແຕ່ອະນຸຍາດໃຫ້ເປີດເຄື່ອນໄຫວໃນບັນດາຂົງເຂດເສດຖະກິດການບໍລິການທີ່ຈຳເປັນ, ສະນັ້ນ, ແຮງງານ ຫວຽດນາມ ຫຼາຍຄົນຢູ່ທີ່ນີ້ພວມປະສົບກັບຄວາມຫຍຸ້ງຍາກ.

        ທ່ານ ຫວູດຶກມິງ, ເລຂາຜູ້ທີ 2 ຮັບຜິດຊອບກ່ຽວກັບວຽກງານວົງຄະນະຍາດ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໃຫ້ຮູ້ວ່າ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້, ກຳລັງ ແລະ ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາຜູ້ມີນ້ຳໃຈເມດຕາປານີ, ແບ່ງເບົາຄວາມຫຍຸ້ງຍາກກັບພໍ່ແມ່ພີ່ນ້ອງ. ໃນໄລຍະຈະມາເຖິງ, ພ້ອມກັບການຊ່ວຍເຫຼືອຂອງບັນດາຜູ້ໃຈບຸນໃຈກຸສົນ, ສະຖານທູດ ຫວຽດນາມ ຈະສືບຕໍ່ລົງຢ້ຽມຢາມບັນດາເຂດຈຸດສຸມເພື່ອມອບຂອງຂວັນ ແລະ ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ