​ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍ ຫວຽດນາມ ຈາກເຫດວາງລະເບີດຢູ່ ອີຢິບ

(VOVWORLD) - ສອງຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການດີທີ່ສຸດເພື່ອແນໃສ່ໜູນຊ່ວຍບັນດາຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດໃນວັນທີ 28 ທັນວາ ໄດ້ກັບເມືອປະເທດໂດຍໄວ.
​ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍ ຫວຽດນາມ ຈາກເຫດວາງລະເບີດຢູ່ ອີຢິບ - ảnh 1 ລົດເມຖືກລະເບີດທີ່ເຫດການ

ວັນທີ 30 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ມີການເຮັດວຽກກັບຄະນະປະຕິບັດງານຂອງນະຄອນໂຮ່ຈີມິນ ໂດຍທ່ານ ບຸ່ຍຕ໊າຮ່ວາງຫວູ, ຫົວໜ້າພະແນກທ່ອງທ່ຽວນະຄອນ ເປັນຫົວໜ້າຄະນະ. ນອກຈາກນັ້ນແລ້ວ, ພາກສ່ວນຂອງຄະນະຍັງມີການນຳບໍລິສັດ ທ່ອງທ່ຽວ Saigon Tourist ຈຳກັດ.

        ທີ່ກອງປະຊຸມ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການດີທີ່ສຸດເພື່ອແນໃສ່ໜູນຊ່ວຍບັນດາຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດໃນວັນທີ 28 ທັນວາ ໄດ້ກັບເມືອປະເທດໂດຍໄວ. ສອງຝ່າຍເຫັນດີເປັນເອກະພາບຈະສົມທົບກັບບັນດາອົງການກ່ຽວຂ້ອງປະຈຳຖິ່ນ ເພື່ອສົ່ງ 8 ຄົນທີ່ມີສຸຂະພາບແຂງແຮງໃນຄະນະກັບເມືອປະເທດກ່ອນ, ຈາກນັ້ນຈະປະຕິບັດລະບຽບການທີ່ຈຳເປັນເພື່ອສົ່ງສາກສົບຂອງຜູ້ເສຍຊີວິດ 3 ຄົນກັບເມືອປະເທດ, ສ່ວນສຳລັບ 3 ຄົນຖືກເຈັບສາຫັດຈະລໍຖ້າຄຳສະຫລຸບຂອງທ່ານໝໍ ແລະ ສົ່ງກັບເມືອປະເທດເມື່ອສຸຂະພາບດີຂຶ້ນ. ຜູ້ຕາງໜ້າຂອງ Saigon Tourist ໃຫ້ຮູ້ວ່າ: ຖ້ຽວບິນສົ່ງຄະນະປະຕິບັດງານ, ຍາດຕິພີ່ນ້ອງ ແລະ ຜູ້ປະສົບເຄາະຮ້າຍ 8 ຄົນຈາກ ອີຢິບ ຈະເລີ່ມບິນເວລາ 21 ໂມງ 15 ນາທີຂອງວັນທີ 31 ທັນວາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ