ໜູນຊ່ວຍປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນແຂວງເທື່ອທຽນເຫ໋ວ

ໜູນຊ່ວຍປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນແຂວງເທື່ອທຽນເຫ໋ວ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 03/03, ​ແຂວງ ​ເທື່ອ​ທຽນ - ​ເຫ໋ວ ​ໄດ້ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ໂຄງການ​ຊ່ວຍ​​ເຫຼືອ​ລ້າ “​ເພີ່ມ​ທະວີສົ່ງ​ເສີມດ້ານ​ການ​ແພດ ​ແລະ ບຳລຸງ​ສ້າງ​ດ້ານ​ກາ​ຍະ​ບຳບັດ” ​ໂດຍ​ອົງການ Handicap International ຊ່ວຍ​ເຫຼືອ​ລ້າ ດ້ວຍ​ຍອດ​ຈຳນວນ​ທຶນ​ຂອງໂຄງການ​ແມ່ນ 500.000 USD. ຈຸດໝາຍ​ຂອງ​ໂຄງການ​ແມ່ນ ​ເພື່ອ​ແນ​ໃສ່​ປັບປຸງ​ຄຸນ​ນະພາ​ບ​ຊີວິດ​ການ​ເປັນ​ຢູ່​ຂອງຄົນ​ເຈ​ັບທີ່ຖື​ດສ່ຽງ​ໄພ​ດ້ານ​ມັນ​ສະໝອງ (ທັງ​ຜູ້​ໃຫຍ່ ​ແລະ ​ເດັກນ້ອຍ) ​ໃນ​ບໍລິ​ເວນ, ​ໂດຍ​ຜ່ານ​ບັນດາ​ການ​ບໍລິການ​ກາ​ຍະ​ບຳລັດ​ຢູ່​ຮາກ​ຖານ​ການ​ແພດ ​ແລະ ​ປະຊາ​ຄົມ. ​ເວລາປະຕິບັດ​ໂຄງການ​ແມ່ນ 5 ປີ 2016 – 2020. ຕາມ​ນັ້ນ​ແລ້ວ, ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ​ໂຄງການ​ລວມມີ: ການສ້າງປຶ້ມ​ຕຳລາ​, ​ເອກະສານ​ຄົ້ນຄວ້າ, ທາ​ບທາມ​ກ່ຽວ​ກັບ​ການ​ສະໜອງ​ການ​ບໍລິການ​ສົ່ງ​ເສີມ​ສຸຂະພາບຮອບດ້ານ ​ແລະ ຄຸນ​ນະພາ​ບ​ໃຫ້​ແກ່​ຄົນ​ເຈັບທີ່​ຖື​ກສ່ຽງ​ໄພ​ດ້ານ​ມັນສະໝອງຍົກ​ສູງ​ຄວາມ​ສາມາດ​ໃຫ້​ພະນັກງານວິ​ຊາສະ​ເພາະ; ຊຸກຍູ້ ​ແລະ ວັດ​ແທກ​ການ​ສຳຜັດ​ການ​ບໍລິການ​ສົ່ງ​ເສີມສຸຂະພາບ​ຢ່າງ​ຮອບດ້ານ ​ແລະ ສະໜອງ​ເຄື່ອງມື, ອຸປະ​ກອນ​ທີ່​ມີ​ຄຸນ​ນະພາ​ບ​ໃຫ້​​ແກ່​ຄົນ​ພິການ.

 

ຂ່າວ/ບົດ​ອື່ນ