ໜູນຊ່ວຍວິສາຫະກິດຫວຽດນາມປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ

ໜູນຊ່ວຍວິສາຫະກິດຫວຽດນາມປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ - ảnh 1
ທ່ານ ຫງວຽນ​ກວາງ​ວີ​ງ ຮອງ​ເລຂາທິການ​ໃຫຍ່​ຫ້ອງ
ການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ
(ພາບ: TTXVN)

(vovworld) - ວັນ​ທີ 07/04 ຢູ່​ຮ່າ​ໂນ້ຍ, ຕາ​ໜ່າ​ງສົນທິສັນຍາ​ທົ່ວ​ໂລກຂອງ​ສະຫະ​ປະຊາ​ຊາດ​ຢູ່ ຫວຽດນາມ, ອົງການສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ອຸດສາຫະກຳ​ (UNIDO), ຫ້ອງການ​ການ​ຄ້າ ​ແລະ ອຸ​ດສາ​ຫະກຳ ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ​ປະຕິບັດ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ, ປະຊາ​ຄົມ​ວິ​ສາ​ຫະກິດ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຄື​ແນວ​ໃດ ຈາກ​ໂຄງການ​ດຳ​ເນີນ​ງານ 2030. ທີ່​ເວທີ​ປາ​ໄສ, ທ່ານ ຫງວຽນ​ກວາງ​ວີ​ງ ຮອງ​ເລຂາທິການ​ໃຫຍ່​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ຕາງ​ໜ້າຕາໜ່າງສົນທິສັນຍາ​ທົ່ວ​ໂລກ​ຂອງ​ສະຫະ​ປະຊາ​ຊາດ​ຢູ່ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໂຄງການ​ດຳ​ເນີນ​ງານ 2030 ດ້ວຍ 17 ​ຄາດ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແມ່ນ​ຄຳຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ສືບ​ຕໍ່​ບົດ​ບາດ​ບົນ​ເສັ້ນທາງກ້າວ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ສະ​ເໝີ​ພາບ, ໝັ້ນຄົງ ​ແລະ ​ເຊື່ອມ​ໂຍງ​ກ່ວາ. ຫ້ອງການ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ ຫວຽດນາມ ພ້ອມ​ກັບ​ສະພາ​ວິ​ສາ​ຫະກິດ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ​ເປັນ​ຜູ້ນຳ​ໜ້າ​ໃນ​ການ​ປະຕິບັດ​ຄາດ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ສະໜອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຢູ່ ຫວຽດນາມ ບັນດາ​ຂໍ້​ແນະນຳ​, ຕາໜ່າງ, ຄວາມ​ຮູ້ ​ແລະ ຄວາມ​ຮັບ​ຮູ້​ ເພື່ອ​ເຮັດ​ໃຫ້​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືຍຍົງ​ໄດ້ຮັບ​ການ​ປະຕິບັດ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ