ໝູ່​ກັງ​ຈາຍ - ສະ​ຖານ​ທີ່ ​ທ່ອງ​ທ່​ຽວ ​ແຖວ​ໜ້າ​ ຂ​ອງ​ໂລກ ໃນ​ປີ 2020

(VOVWORLD) -ສຳນັກຂ່າວສານ CNBC ຫາກໍ່ໄດ້ລົງບົດ ຕີລາຄາວ່າ ໝູ່ກັງຈາຍໃນແຂວງ ອຽນບ໊າຍ ແມ່ນ ສະຖານທີ່ ທ່ອງທ່ຽວ ທີ່ຈັບໃຈສຳລັບ ແຂກທ່ອງທ່ຽວ ສາກົນ ໃນປີ 2020. CNBC ໄດ້ ພັນລະນາ ໝູ່ກັງຈາຍ ປຽບເໝືອນແກ້ວມະນີນອນເລິກໃນບັນດາຮ່ອມພູ, ດ້ວຍບັນດາໝູ່ບ້ານຕັ້ງຢູ່ເນີນພູໃນທ່າມກາງທົ່ງນາຂັ້ນໄດຂຽວອຸມທຸມ.
ໝູ່​ກັງ​ຈາຍ - ສະ​ຖານ​ທີ່ ​ທ່ອງ​ທ່​ຽວ ​ແຖວ​ໜ້າ​ ຂ​ອງ​ໂລກ ໃນ​ປີ 2020 - ảnh 1ໝູ່ກັງຈາຍ (ພາບ:  Sunny Tran) 

ຢູ່ທີ່ນີ້ກໍ່ໄດ້ມີການເຄື່ອນໄຫວລະຫຼິ້ນບັນເທີງຕ່າງໆ ຄື ຍ່າງ, ຂີ່ລົດຖີບແລະ ຖ່າຍຮູບ. ແຕ່ລະປີ ໃນໂອກາດງານບຸນ, ໝູ່ກັງຈາຍ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ຢ່າງຫຼວງຫຼາຍ. ບົດໜັງສືພິມໄດ້ເນັ້ນໜັກວ່າ ນາຂັ້ນໄດໄດ້ຊ່ວຍໃຫ້ໝູ່ກັງຈາຍໃນແຕ່ລະລະດູການ ພັດມີຄວາມເປັນເອກະລັກສະເພາະ. ໃນລະດູບານໃໝ່, ທົ່ງນາຂຽວອຸມທຸມເຕັມໄປດ້ວຍພະລັງຊີວິດ, ສ່ວນໃນລະດູຮ້ອນກໍ່ມີຄວາມອົບອຸ່ນ, ນາຂັ້ນໄດຍັງປົກຄຸມສີຂຽວໄປທົ່ວເຂດ. ສ່ວນໃນລະດູໃບໄມ້ຫຼົ່ນກໍ່ແມ່ນຍາມເກັບກູ້ ນາຂັ້ນໄດປ່ຽບເໝືອນທະເລຄຳ.

ຕອບກັບ

ຂ່າວ/ບົດ​ອື່ນ