ໝູນໃຊ້ເຕັກໂນໂລຊີຫົດນ້ຳ, ຢອດນ້ຳເຂົ້າໃນການປູກຝັງຢູ່ ຫວຽດນາມ

(VOVWORLD) - ວັນທີ 25 ມິຖຸນາ, ສະຖານທູດ ອິດສະລາແອັນ ປະຈຳ ຫວຽດນາມ ໄດ້ສົມທົບກັບອົງການພັດທະນາ ອິດສະລາແອັນ MASHAV ແລະ ສະຖາບັນວິທະຍາສາດຊົນລະປະທານ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍກ່ຽວກັບຫົວຂໍ້ “ຫົດນ້ຳຢອດນ້ຳ, ຕອງນ້ຳ ແລະ ຄຸ້ມຄອງນ້ຳ”. 

ນີ້ແມ່ນກອງປະຊຸມສຳມະນາເທື່ອທີ 2 ທີ່ນອນໃນຂອບເຂດບັນດາການເຄື່ອນໄຫວແນະນຳເຕັກໂນໂລຊີນ້ຳ, ຫົດນ້ຳ ແລະ ລະບາຍນ້ຳ, ຄຸ້ມຄອງແຫຼ່ງນ້ຳ ໃຫ້ບັນດາອົງການຄຸ້ມຄອງນ້ຳ ແລະ ວົງການກະສິກຳ ຫວຽດນາມ.

ໝູນໃຊ້ເຕັກໂນໂລຊີຫົດນ້ຳ, ຢອດນ້ຳເຂົ້າໃນການປູກຝັງຢູ່ ຫວຽດນາມ - ảnh 1ນັກຊ່ຽວຊານ Shlomo Kramer (ພາບ: TTXVN) 

        ເຕັກໂນໂລຊີຫົດນ້ຳຢອດນ້ຳແມ່ນການປະດິດສ້າງຂອງ ອິດສະລາແອັນ ເຊິ່ງໄດ້ຮັບຖືວ່າ ແມ່ນວິທີຫົດນ້ຳແບບປະຢັດ ແຕ່ຍັງຄົງຮັບປະກັນການກຳເນີດ ແລະ ເຕີບໃຫຍ່ຂອງພືດຜັກ. ປັດຈຸບັນ ວິທີຫົດນ້ຳດັ່ງກ່າວ ຍັງບໍ່ທັນໄດ້ໝູນໃຊ້ຫລາຍຢູ່ ຫວຽດນາມ.

        ທີ່ກອງປະຊຸມສຳມະນາ, ນັກຊ່ຽວຊານ Shlomo Kramer, ເປັນຜູ້ທີ່ໄດ້ເຮັດວຽກຢູ່ ອິດສະລາແອັນ ເປັນເວລາ 40 ປີ ໃຫ້ຮູ້ວ່າ: ອິດສະລາແອັນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີຈຸດຄ້າຍຄືກັນກ່ຽວກັບສະພາບໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ. ສຳລັບການຫົດນ້ຳຢອດນ້ຳ ຈະເພີ່ມປະສິດທິຜົນໃນການຫົດນ້ຳໄດ້ຢ່າງຈະແຈ້ງ, ຊ່ວຍປະຢັດນ້ຳໄດ້ 80% . ຢູ່ ຫວຽດນາມ ເຕັກໂນໂລຊີ ດັ່ງກ່າວ ອາດຈະນຳໃຊ້ໃຫ້ແກ່ການປູກເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທີ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນນ້ຳທະເລຊຶມເຂົ້າ ເຊິ່ງໄດ້ເຮັດໃຫ້ເກີດສະພາບຂາດນ້ຳໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ