ໝາກ​ກ້ຽງ​ໃຫຍ່​ເປືອກ​ຂຽວ​ຫວຽດ​ນາມ ໄດ້​ຈຳ​ໜ່າຍ​ຢູ່​ຕະຫຼາດ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ການສົ່ງອອກໝາກກ້ຽງໃຫຍ່ຕາມໂຄຕານັ້ນ ຈະຊ່ວຍໃຫ້ວິສາຫະກິດຫວຽດນາມ ມີໂອກາດໄດ້ເຂົ້າເຖິງຕະຫຼາດອາເມລິກາ ຢ່າງກ້ວາງຂວາງກ່ວາ ແລະ ກໍ່ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄຸນນະພາບສູງອັນດັບໜຶ່ງໃນປັດຈຸບັນ, ພ້ອມທັງຊ່ວຍໃຫ້ວິສາຫະກິດ ແລະ ຊາວກະສິກອນ ມີກຳລັງສູງກ່ວາ.
ໝາກ​ກ້ຽງ​ໃຫຍ່​ເປືອກ​ຂຽວ​ຫວຽດ​ນາມ ໄດ້​ຈຳ​ໜ່າຍ​ຢູ່​ຕະຫຼາດ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາງ ຈຸກຟານ, ຜູ້ອຳນວຍການຝ່າຍບໍລິຫານຂອງບໍລິສັດຈຳໜ່າຍທັນຍາຫານ L&T 

ຄືທີ່ໄດ້ໃຫ້ຂ່າວໄປແລ້ວນັ້ນ, ໝາກກ້ຽງໃຫຍ່ ແມ່ນປະເພດໝາກໄມ້ສົດທີ 7 ຂອງ ຫວຽດນາມ ຫາກໍ່ໄດ້ຮັບອະນຸຍາດສົ່ງອອກໄປຍັງຕະຫຼາດອາເມລິກາ. ໝາກກ້ຽງໃຫຍ່ເປືອກຂຽວງວດທຳອິດດ້ວຍຈຳນວນ 2 ໂຕນຂອງແຂວງເບັ້ນແຈ ໄດ້ຂົນສົ່ງທາງການບິນໄປຮອດອາເມລິກາ ໃນວັນທີ 2 ທັນວາ. ທ່ານນາງ ຈຸກຟານ, ຜູ້ອຳນວຍການຝ່າຍບໍລິຫານຂອງບໍລິສັດຈຳໜ່າຍທັນຍາຫານ L&T ກ່າວວ່າ:

        ໝາກກ້ຽງໃຫຍ່ ຫວຽດນາມ ໄດ້ຂາຍຢູ່ທ້ອງຕະຫຼາດໃນລາຄາ 6,99 7,99 USD/0,46 ກີໂລງາມ. ເມື່ອທຽບໃສ່ໝາກກ້ຽງໃຫຍ່ຂອງ Florida ນັ້ນແມ່ນທົບກ່ວາ 3 ເທົ່າ ແລະ ປະມານ 2,5 ເທົ່າ ເມື່ອທຽບກັບລາຄາຂາຍຢູ່ຈີນທີ່ຂົນສົ່ງທາງທະເລ. ໃນເວລາຈະມາເຖິງນີ້, ທາງບໍລິສັດມີແຜນການຂົນສົ່ງໄປທາງທະເລນັ້ນ ແນ່ນອນວ່າຈະມີ ລາຄາແກ້ງແຍ້ງຕື່ມອີກ. ເຖິງວ່າມີລາຄາສູງກ່ວາເມື່ອທຽບໃສ່ໝາກກ້ຽງໃຫຍ່ທີ່ປູກຢູ່ອາເມລິກາ ກໍ່ຕາມ, ແຕ່ດ້ວຍລະດັບຄວາມຫວານຂອງໝາກກ້ຽງໃຫຍ່ ພ້ອມກັບຄວາມນິຍົມໝາກໄມ້ ຫວຽດນາມຢູ່ ອາເມລິກາ ນັ້ນ ແນ່ນອນວ່າ ທາງບໍລິສັດ ຈະຈຳໜ່າຍໄດ້ໃນປະລິມານຫຼາຍ.

ປັດຈຸບັນ, ໝາກກ້ຽງໃຫຍ່ເປືອກຂຽວຫວຽດນາມ ພວມໄດ້ວາງຂາຍຢູ່ຕາມຮ້ານສັບພະສິນຄ້າ ອາຊີ ແລະ ດຶງດູດໄດ້ຄວາມສົນໃຈຂອງຜູ້ບໍລິໂພກຊາວຫວຽດນາມ ກໍ່ຄືຊາວອາຊີ ຢູ່ອາເມລິກາ ຫຼາຍສົມຄວນ.

ການສົ່ງອອກໝາກກ້ຽງໃຫຍ່ຕາມໂຄຕານັ້ນ ຈະຊ່ວຍໃຫ້ວິສາຫະກິດຫວຽດນາມ ມີໂອກາດໄດ້ເຂົ້າເຖິງຕະຫຼາດອາເມລິກາ ຢ່າງກ້ວາງຂວາງກ່ວາ ແລະ ກໍ່ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄຸນນະພາບສູງອັນດັບໜຶ່ງໃນປັດຈຸບັນ, ພ້ອມທັງຊ່ວຍໃຫ້ວິສາຫະກິດ ແລະ ຊາວກະສິກອນ ມີກຳລັງສູງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ