ໝາກຜົນການເລືອກຕັ້ງປະທານາທິບໍດີໂອຕາລິດ

ໝາກຜົນການເລືອກຕັ້ງປະທານາທິບໍດີໂອຕາລິດ - ảnh 1
ຜູ້ສະ​ໝັກ​ຮັບ​ເລືອກ​ຕັ້ງພັກ​ຂຽວ Alexander van der Bellen
(ພາບ: EPA/TTXVN)

(vovworld) - ​ຕາມໝາກ​ຜົນ​ການ​ເລື​ອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຮອບ​ທີ 2 ຢູ່ ໂ​ອ​ຕາ​ລິດ ໃນ​ວັນ​ທີ 23/05 ຊີ້​ໃຫ້​ເຫັນ​ວ່າ, ຜູ້ສະ​ໝັກ​ຮັບ​ເລືອກ​ຕັ້ງພັກ​ຂຽວ Alexander van der Bellen ໄດ້​ຊະ​ນະ​ຄູ່​ແຂ່ງ​ແມ່ນ​ທ່ານ Norvert Hofer ສັງ​ກັດ​ພັກ​ເສ​ລີ​ໂ​ອ​ຕາ​ລິດ (FPO). ທ່ານ Alexander van der Bellen ຍາດ​ໄດ້​ໄຊ​ຊະ​ນະ​ ຍ້ອນ​ໄດ້​ຮັບ​ບັດ​ເລືອກ​ຕັ້ງ​​​ປ່ອນຜ່ານ​ໄປ​ສະ​ນີ ດ້ວຍ​ຈຳ​ບວນ​ບັດ​ສະ​ໜັບ​ສະ​ໜູນ 50,3% ເມື່ອ​ທຽບ​ໃສ່ 49,7% ຈຳ​ນວນ​ບັດ​ເລືອກ​ຕັ້ງ​ຂອງ​ທ່ານ Hofer. ການ​ປະ​ລາ​ໄຊ​​ສະ​ໜັບ​ສະ​ໜູນ​ທ່ານ Hofer ໄດ້​ຊ່ວຍ​ຫຼ​ຸ​ດ​ຜ່ອນ​ຄວາມ​ວິ​ຕົກ​ກັງ​ວົນ​​ຕໍ່​ເລື່ອງ​ບັນ​ດາ​ພັກ​​ຝ່າຍ​ຂວາ ພວມ​ເພີ່ມ​ກຳ​ລັງ​ແຮງ​ຢູ່​ເອີ​ລົບ.

ຂ່າວ/ບົດ​ອື່ນ