ໝາກຜົນການເລືອກຕັ້ງຢູ່ ອີຢີບ

ໝາກຜົນການເລືອກຕັ້ງຢູ່ ອີຢີບ - ảnh 1

ປະຊາຊົນ ອີ​ຢີບ ​ໄປ​ເລືອກ​ຕັ້ງ

(ພາບ:baomoi.com)

( vovworld ) –  ​ວັນ​ທີ 25/5,  ອົງການ “ອ້າ​ຍນ້ອງ​ຊາວ​ມຸດ​ສະ​ລິມ“ ​ໃຫ້​ຮູ້​ວ່າ: ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Mohamed Morsi ​ ຊື່​ງໄດ້​ຮັບ​ການ​ໜູນ​ຊ່ວຍຂອງ​ອົງການ​ນີ້ ພວມ​ນຳ​ໜ້າ​ໂດຍ​ຊົ່ວຄາວ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ ທີ່​ຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ປະ​ເທດ​ອາ​ຟິຼກກາ​ເໜືອ​ນີ້​ໃນ​ວັນ​ທີ 23-24/5. ຕາມ​ໝາກຜົນການນັບ​ບັດ​ຢູ່​ສະຖານ​ທີ່​ປ່ອນ​ບັດ​ກ່ວາ 6600 ​ແຫ່ງ ​ໃນ​ຈຳນວນ​ທັງ​ໝົດ 13.000 ​ແຫ່ງ​ແລ້ວ, ປະຈຸ​ບັນ, ທ່ານ Mohamed Morsi ພວມ​ນຳ​ໜ້າ​ດ້ວຍ 30,8% ບັດ​ສະໜັບສະໜູນ, ຢືນ​ອັນ​ດັບ 2 ​ແມ່ນ​ທ່ານ Ahmed Shafiq ອະດີດ​ນາຍົກລັດຖະມົນຕີ​ໃນ​ສະ​ໄໝ​ອະດີດປະທາ​ນາ​ທິບໍດີ Hosni Mubarak ດ້ວຍ 22,3% ບັດ​ສະໜັບສະໜູນ. ຕາມ​ຄະນະ​ກຳມະການ​ສູງ​ສຸດ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ​ປະທານາທິບໍ​ດີ​ ອີ​ຢີບ ​ແລ້ວ, ຄາດ​ວ່າ, ໝາກຜົນ​ການ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການຈະ​ຖືກ​ປະກາດ​ໃນ​ວັນ​ທີ 29/5 ທີ່​ຈະ​ມາ​ເຖິງ. ​ໃນ​ກໍລະນີ​ບໍ່​ມີ​ທ່ານໃດ ​ໃນ​ຈຳນວນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 12 ທ່ານ ຍາດ​ໄດ້​ບັດ​ເລືອກ​ຕັ້ງກ່ວາ 50% ​ເພື່ອ​ຍາດ​ໄດ້​ໄຊຊະ​ນະ​ໃນ​ການ​ເລືອກ​ຕັ້ງຮອບ​ທີ 1, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ​ຍາດ​ໄດ້​ບັດ​ສະໜັບສະໜູນ​ຫຼາຍ​ກ່ວາ​ໝູ່ ຈະ​ເຂົ້າຮ່ວມ​ການ​ອອກ​ຫາ​ສຽງ​ເລືອກ​ຕັ້ງຮອບ​ທີ 2 ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 16-17/6 ທີ່​ຈະ​ມາ​ເຖິງ. ​ເປັນ​ອັນວ່າ, ທ່ານ Mohamed Morsi ​ແລະ ທ່ານ Ahmed Shafiq ອາດຈະ​ສືບ​ຕໍ່ເຂົ້າຮ່ວມ​ການ​ອອກ​ຫາ​ສຽງ​ເລືອກ​ຕັ້ງຮອບ​ທີ 2.

 

 

 

 

 

ຂ່າວ/ບົດ​ອື່ນ