ໝາກມັງກອນຂອງຫວຽດນາມໄດ້ຮັບການໂຄສະນາຢູ່ງານຕະຫລາດນັດສາກົນBerlin

ໝາກມັງກອນຂອງຫວຽດນາມໄດ້ຮັບການໂຄສະນາຢູ່ງານຕະຫລາດນັດສາກົນBerlin - ảnh 1
ຮ້ານ​ວາງ​ສະ​ແດງ​ໝາກ​ມັງ​ກອນ​ຫວຽດ​ນາມ​ຢູ່ Berlin

(vovworld)- ແຕ່​ວັນ​ທີ 8-10/2, ງານ​ຕະ​ຫລາດ​ນັດ​ສາ​ກົນ ຜັກ ແລະ ​ໝາກ​ໄມ້  (Fruit Logistica 2017 ດຳ​ເນີນ​ຢູ່​ສູນ​ງານ​ຕະ​ຫລາດ​ນັດ Berlin. ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ດັ່ງ​ກ່າວ, ຫວຽດ​ນາມ ໄດ້​ແນະ​ນຳ​ຜະ​ລິດ​ຕະ​ພັນ​ໝາກ​ມັງ​ກອນ. ເຖິງວ່າ ພຽງ​ແນະ​ນຳ​ໝາກ​ໄມ້​ຊະ​ນິດ​ຫນຶ່ງ​ກໍ​ຕາມ ແຕ່​ຮ້ານ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ ໄດ້​ດຶງ​ດູດ​ແຂກ​ເຂົ້າ​ຊົມ ແລະ ຊື້​ໝາກ​ໄມ້​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທີ່​ງານ​ຕະ​ຫລາດ​ນັດ​ຄັ້ງ​ນີ້ ທ່ານ ດ​ວານ​ຊວນ​ຮືງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ໄດ້​ເປັນ​ສັກ​ຂີພິ​ຍານ​ພິ​ທີ​ລົງ​ນາມ​ການ​ຮ່ວມ​ມື​ເບື້ອງ​ຕົ້ນ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ຫວຽດ​ນາມ ແລະ ບໍ​ລິ​ສັດ Landgard, ຊື່ງ​ແມ່ນ​ບໍ​ລິ​ສັດ​ຈຳ​ຫນ່າຍ​ ຜັກ ແລະ ໝາກ​ໄມ້ ແຖວ​ຫນ້າ​ຂອງ​ເຢຍ​ລະ​ມັນ.


ຕອບກັບ

ຂ່າວ/ບົດ​ອື່ນ