ໝາກລິ້ນຈີ່ຫວຽດນາມສົ່ງໄປຂາຍຢູ່ຕະຫລາດການາດາ

ໝາກລິ້ນຈີ່ຫວຽດນາມສົ່ງໄປຂາຍຢູ່ຕະຫລາດການາດາ - ảnh 1
(ໝາກ​ລິ້ນ​ຈີ່​ຫວຽດ​ນາມ)

(vovworld)- ໝາກ​ລິ້ນ​ຈີ່​ຫວຽດ​ນາມ ງວດ​ທຳ​ອິດ​ ຖືກ​ສົ່ງ​ໄປ​ຂາຍ​ຢູ່​ຕະ​ຫລາດ ກາ​ນາ​ດາ ໃນ​ຕອນ​ຄ່ຳ​ວັນ​ທີ 10/6. ເມື່ອ​ຕອບ​ສຳ​ພາດ​ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ ກາ​ນາ​ດາ, ທ່ານ Rex Yu ຜູ້​ຕາງ​ຫນ້າ​ບໍ​ລິ​ສັດ Manley Sales ນຳ​ເຂົ້າ​ໝາກ​ລິ້​ນ​ຈີ່ ຫວຽດ​ນາມ ໃຫ້​ຮູ້​ວ່າ: ເພື່ອ​ສາ​ມາດ​ເຂົ້າ​ຕະ​ຫລາດ ກາ​ນາ​ດາ, ໝາກ​ລິ້ນ​ຈີ່ ຂອງ​ຫວຽດ​ນາມ ຕອບ​ສະ​ຫນອງ​ມາດ​ຕະ​ຖານ​ນຳ​ເຂົ້າ ແລະ ບັນ​ດາ​ຄຳ​ຮ​ຽກ​ຮ້ອງ​ຕ້ອງ​ການ​ຂອງ ອົງ​ການກວດ​ກາ​ອາ​ຫານ ກາ​ນາ​ດາ. ຕາມ​ທ່ານ Rex Yu ແລ້ວ, ໝາກ​ລິ້ນ​ຈີ່ ຂອງ​ຫວຽດ​ນາມ ແຊບ​ຫລາຍ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໝາກ​ລິ​້ນ​ຈີ່​ຂອງ​ຫວຽດ​ນາມ ຢູ່ ຕະ​ຫລາດ​ກາ​ນາ​ດາ ແມ່ນ​ມີ​ແງ່​ຫວັງ, ແຕ່​ຄວາມ​ຫຍຸ້ງ​ຍາກ​ໃນ​ຕໍ່​ຫນ້າ​ແມ່ນ​ລາ​ຄາ​ຂົນ​ສົ່ງ​ສູງ.

 

 

ຂ່າວ/ບົດ​ອື່ນ