ໝາຫຜົນການເລືອກຕັ້ງ ສະພາແຫ່ງຊາດ ອີຣັກ: ສຳພັນທະມິດຂອງນາຍົກລັດຖະມົນຕີ Maliki ນຳໜ້າ

ໝາຫຜົນການເລືອກຕັ້ງ ສະພາແຫ່ງຊາດ ອີຣັກ: ສຳພັນທະມິດຂອງນາຍົກລັດຖະມົນຕີ Maliki ນຳໜ້າ - ảnh 1
​ທ່ານ​ນາຍົກລັດຖະມົນຕີອີຣັກ Nouri al Maliki
(ພາບ: AP)


(vovworld) –  ວັນ​ທີ 19/05, ຄະນະ​ກຳມະການ​ເລືອກ​ຕັ້ງ​ເອກະລາດ​ສູງ​ສຸດ (IHEC) ຂອງ​ອີຣັກ ​ໄດ້​ປະກາດ​ໝາກຜົນ​ຂອງການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ເມື່ຶອວັນ​ທີ 30/04 ຜ່ານ​ມາ​ຢ່າງ​ເປັນ​ທາງ​ການ, ​ເຊິ່ງຕາມ​ນັ້ນ​ແລ້ວ ສຳພັນທະ​ມິດ​ລັດ​ແຫ່ງ​ອຳນາດນິຕິ​ບັດ​ຍັດ​ຂອງ​ທ່ານ​ນາຍົກລັດຖະມົນຕີອີຣັກ Nouri al Maliki ຍາດ​ໄດ້ 92 ​ໃນ​ຈຳນວນ 328 ທີ່​ນັ່ງ​​ໃນ​ສະພາ​ແຫ່ງ​ຊາດ​ອີຣັກ. ໝາກຜົນ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ວ່າ ທ່ານ Nouri al Maliki ອາດ​ຈະ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ເປັນ​ນາຍົກລັດຖະມົນຕີອາ​ຍຸ​ການ​ທີ 3. ​ແຕ່​ວ່າ, ສຳພັນທະ​ມິດ​ຂອງ​ທ່ານ Nouri al Maliki  ບໍ່​ຍາດ​ໄດ້​ຈຳນວນ​ທີ່​ນັ່ງ​​ໂດຍ​ຈຳ​ເປັນ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ, ສະ​ນັ້ນ​ຕ້ອງ​ມີ​ການ​ຮ່ວມ​ສຳພັນ​ກັບ​ພັກ​ຝ່າຍ​ອື່ນໆ. ຕາມ​ໝາກຜົນ​ການ​ເລືອກ​ຕັ້ງ, ບັນດາ​ຄູ່​ແຂ່ງ​ຕົ້ນ​ຕໍ່​ຂອງ​ທ່ານ Nouri al Maliki ຍາດ​ໄດ້​ພຽງ 19 – 29 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນ. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​​ເປັນຄັ້ງ​ທຳ​ອິດ​ຂອງ​ອີຣັກ ນັບ​ແຕ່​ອາ​ເມ​ລິ​ກາ ຖອນ​ທະຫານ​ອອກ​ຈາກ​ເຂດ​ອ່າວ​​ເປີ​ເຊຍ ​ໃນ​ທ້າຍ​ປີ 2011.

ຂ່າວ/ບົດ​ອື່ນ