Nguyen Hong My - ນັກບິນຜູ້ທຳອິດທີ່ຍິງຕົກເຮືອບິນຂອງອາເມລິກາໃນບັ້ນຮົບປີ 1972

(vovworld) - ​ເຖິງ​ວ່າສົງຄາມ​ໄດ້​ລ່ວງ​ເລີຍ​ໄປເປັນ​ເວລາ​ຫຼາຍ​ປີ​ແລ້ວ​ກໍ່ຕາມ, ​ແຕ່​ອະດີດນັກ​ບິນ Nguyen Hong My, ​ເຊິ່ງ​ແມ່ນ​ນັກ​ບິນ​ຜູ້​ທຳ​ອິດ​ຂອງ​ກອງທັບ​ອາກາດ​ຫວຽດນາມ​ທີ່​ໄດ້​ຍິງ​ ເຮືອບິນ​ຂອງ​ອາ​ເມ​ລິ​ກາ​ຕົກເມື່ອ​ປີ 1972 ຍັງຄົງ​ຈື່​ຈຳອະດີດຕະການ​ອັນ​ພິລະ​ອາດ​ຫານຂອງ​ກອງທັບ​ອາກາດ​ຫວຽດນາມ​ໃນ​ໄລຍະ​ນັ້ນ​​​. ບັນດາ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ອົງອາດກ້າຫານຂອງ​ອະ​ດີດ​ນັກ​ບິນ​ຜູ້​ນີ້ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈຂອງ​ກອງທັບ​ອາກາດ​ຫວຽດນາມ ​ແລະ ຄວາມ​ນິຍົມ​ນັບຖືຂອງ​ກຳລັງ​ກອງ​ທັບອາກາດ​ອາ​ເມ​ລິ​ກາ. ​ທ່ານແມ່ນ​ຜູ້​ທີ່​ດີເລີດ, ຄິດ​ວ່າ​ພຽງ​ແຕ່​ມີ​ໃນ ​“ເທບ​ນິຍາຍ” ​ເທົ່າ​ນັ້ນ, ​ແຕ່​ໃນ​ຊີວິດ​ປະຈຳ​ວັນ, ທ່ານ​ພັດ​​ເປັນຄົນ​ທີ່​ມີ​ແບບ​ແຜນ​ດຳລົງ​ຊີວິດລຽບ​ງ່າຍທີ່​ສຸດ.

        ທ່ານ Nguyen Hong My  ​ເກີດ​ເມື່ອ​ປີ 1946, ຢູ່​ແຂວງ​ເງ້ອານ. ປີ 1965, ​ເມື່ອ​ກຳລັງ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ເສດຖະກິດ​ທີ່ ຮ່າ​ໂນ້ຍ, ທ່ານ​ໄດ້​ຮັບ​ຄັດ​ເລືອກ​ເປັນ​ນັກ​ບິນ ​ແລະ ທ່ານພ້ອມ​ກັບ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ​ອື່ນ​ໆອີກ 120 ຄົນ​ໄດ້​ໄປ​ຮຽນ​ຂັບ​​ເຮືອ​ບິນຢູ່​ສະຫະພັນ​ລັດ​ເຊຍ (ສະຫະພາບ​ໂຊ​ວຽກ​ເກົ່າ). ຕາມ​ທຳ​ມະ​ດາ​ແລ້ວ, ຊຸດ​ຮຽນ​ຈະ​ຖືກແກ່​ຍາວ​​ໃນ​ເວລາ 7 ປີ, ​ແຕ່​ຍ້ອນ​ເວລາ​ນັ້ນ, ຫວຽດນາມ​ມີ​ຄວາມ​ຕ້ອງການ​ກຳລັງ​ກອງທັບ​ອາກາດ​ທີ່​ສຸດ, ດັ່ງ​ນັ້ນ​ຈຶ່ງ​ລົດ​ເວລາ​ລົງ 3 ປີ​ເທົ່າ​ນັ້ນ. ​​ແລະ ທ່ານ​ແມ່ນ​ໜຶ່ງ​ໃນ​ຈຳນວນ 19 ຄົນ ​ໄດ້​ຮຽນ​ຂັບ​ເຮືອບິນ MIG 21

        ”ຂ້າພະ​ເຈົ້າ​ບໍ່​ຄາດຄິດ​ໄດ້​​ເລີຍວ່າ: ​ຕົນ​ເອງ​ໄດ້​ຮັບ​ຄັດ​ເລືອກ​ເປັນ​ນັກ​ບິນ. ​… ​ເວລາ​ນັ້ນ, ພວກ​ຂ້າພະ​ເຈົ້າມີ​ຄວາມ​ຫ້າວຫັນທີ່​ສຸດ, ບໍ່​ຄິດ​ເຖິງ​ສິດຜົນປະ​ໂຫຍ​ດສ່ວນ​ຕົວ ພຽງ​ແຕ່​ພະຍາຍາມ​ຮຽນ​ໃຫ້​ເກັ່ງ ​ເພື່ອ​​ໄດ້ກັບ​ເມືອປະ​ເທດ​ໂດຍ​ໄວ, ປະກອບສ່ວນ​ສູ້​ຮົບ, ຍິງ​ເຮືອບິນ​ຂອງ​ສັດຕູ​ເພື່ອປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນ​ຄາວນັ້ນຄອບຄົວ​ກໍ່​ບໍ່​ຮູ້​ວ່າ​ຂ້າພະ​ເຈົ້າ​​ໄດ້ໄປ​ຮຽນ​ຢູ່​ໂຊ​ວຽດ​ເກົ່າ​. ​ເພາະວ່າເມື່ອ​ຂຽນ​ຈົດໝາຍ​ຝາກມາ​ຄອບຄົວພວກ ຂ້າພະ​ເຂົ້າຍັງ​​ລະ​ບຸສະຖານ​ທີ່​ບ່ອນ​ຝາກ​​​ເດີມແມ່ນ​ຮ່າ​ໂນ້ຍຄື​ເກົ່າ”

        ປີ 1968, Nguyen Hong My ກັບ​ເມືອ​ຫວຽດນາມ. ຫຼັງ​ຈາກ​ນັ້ນ 1 ​ກວ່າເດືອນ, ທ່ານພ້ອມ​ກັບ​ເພື່ອນ​ຮ່ວມ​ກົມ​ກອງ​ຂອງ​ຕົນ​ໄດ້​ຮັບ​ໜ້າ​ທີ່​ປະຈຳການ​ສູ້​ຮົບ. ​ເຮືອບິນ​ສູ້​ຮົບ​ອາດ​ຈະ​ບິນ​ຂຶ້ນ​ຢູ່​ບໍ່​ວ່າ​ແຫ່ງ​ໃດ​ຄື​ສະໜາມ​ບິນ​ໂນ້ຍບ່າຍ, ວິ​ງ, ​ແທງ​ຮ໋ວາ, ກ໋ຽນອານ - ຫາຍ​ຝ່ອງ…ຕົ້ນ​ປີ 1972, ອາ​ເມ​ລິ​ກາ​ໄດ້​ນຳ​ເຮືອບິນ​ຍຸດທະວິທີ​ເກືອບ 1000 ລຳເຂົ້າ​ໃນສະໜາມຮົບຢູ່ ຫວຽດນາມ, ​ໃນ​ນັ້ນ​ມີ​ເຮືອບິນ B52 150 ລຳ ​ແລະ ກຳ​ປັ່ນ​ເດີ່ນ​ບິນ 66 ລຳ. ​ໃນ​ຈຸດ​ເວລາ​ນັ້ນ​ຫວຽດນາມ​ມີ​ເຮືອ​ບິນ MIG ພຽງ 180 ລຳ ພ້ອມ​ກັບ​ລູກ​ສອນ​ໄຟ​ໜ້າດິນ ​ແລະ ທະຫານ​ ຣາ​ດາ ​ເທົ່າ​ນັ້ນ.

        ”​ເມື່ອ​ເວົ້າ​ເຖິງ​ການ​ສູ້​ຮົບ​ທາງ​ອາກາດ, ອາ​ເມ​ລິ​ກາ​ໄດ້​ຮັບ​ການ​ປະກອບ​ອາວຸດ​ທີ່​ທັນ​ສະ​ໄໝ ​ແລະ ​ໄດ້​ຮັບ​ການ​ຊ້ອມ​ຮົບ​ຢ່າງ​ລະອຽດ. ​ແຕ່​ພວກ​ເຮົາ​ມີ​ທ່າສະດວກ​ກວ່ານັ້ນ​ແມ່ນ​ໄດ້​ສູ້​ຮົບ​ໃນ​ເຂດ​ນ່ານຟ້າ​ຂອງ​ຕົນ, ຢູ່​ໜ້າດິນ​ມີ​ພໍ່​ແມ່​ປະຊາຊົນ​ສະໜັບສະໜູນ, ດັ່ງ​ນັ້ນຈຶ່ງ​ບໍ່​ຢ້ານ​ກົວ”.

        ວັນ​ທີ 17/1/1972, ​ແມ່ນ​ມື້​ທຳ​ອິດ​ໃນ​ຊີວິດ​ເປັນ​ນັກ​ບິນ​ສູ້​ຮົບ​ຂອງ​ຕົນ, ທ່ານ Nguyen Hong My ​ໄດ້​ພົບ​ປະ​ກັບ​ເຮືອບິນ​ຂອງ​ສັດຕູ. ທ່ານ​ພ້ອມ​ກັບ​ເພື່ອນ​ຮ່ວມ​ກົມ​ກອງ​ໄດ້​ຍິງ​ລູກ​ສອນ​ໄຟ​ເຖິງ 8 ລູກ ​ແຕ່​ພັດ​ບໍ່​ຖືກ​ເປົ້າ​ໝາຍ. ວັນ​ທີ 19/1/1972, ທ່ານ​ພ້ອມ​ກັບ​ເພື່ອນ​ຮ່ວມ​ກົມ​ກອງສືບ​ຕໍ່​ບິນ​ສູ້​ຮົບ

        ”ມື້​ນັ້ນ​ມີ​ເຮືອບິນ​ຂອງ​ອາ​ເມ​ລິ​ກາ​ຫຼາຍ​ລຳ. ທຳ​ອິດ​ແມ່ນ​ມີ 16 ລຳ, ​ແລ້ວ​​ເພີ່ມ​ອີກ 8 ລຳ. ຍ້ອນ​ມີ​ເຮືອບິນ​ຫຼາຍ​ລຳ​ຄື​ແນວ​ນັ້ນພວກ​ຂ້າພະ​ເຈົ້າ​ຕ້ອງ​ແບ່ງ​ກັນ​ເພື່ອ​ສູ້​ຮົບ. ຂ້າພະ​ເຈົ້າ​ເຫັນ​ເຮືອບິນ F4 ​ຢູ່ ຮ່ວາ​ບິ່ງ ​ແຕ່​ຕ້ອງ​ບິນ​ເຂົ້າ​ເງ້ອ່ານ​ ຈຶ່ງ​ຍິງ​ຕົກ. ​”

        ພາຍຫຼັງ​ຍິງ​ຕົກ​ເຮືອບິນ​ອາ​ເມ​ລິ​ກາ​ຢູ່​ເຂດ​ນ່ານຟ້າ​ ເຫງ້ອ່ານ, ທ່ານ Nguyen Hong My  ​ໄດ້​ຮັບຫຼຽນ​ກາ​ລຸງ​ໂຮ່. ​ໃນ 6 ປີ​ສູ້​ຮົບ​ປ້ອງ​ກັນ​ເຂດ​ນ່ານຟ້າ​ຂອງ​ຫວຽດນາມ, ທ່ານ​ໄດ້​ຍິງ​ ເຮືອບິນ​ຂອງ​ອາ​ເມ​ລິ​ກາຕົກ 2 ລຳ. ວັນ​ທີ 16/4/1972, ​ໃນ​ການ​ສູ້​ຮົບ​ທາງ​ອາກາດ, ​ເຮືອບິນ MIG 21 ​ໂດຍທ່ານ Nguyen Hong My ຂັບ, ຖືກ​ເຮືອບິນ F4 ​ໂດຍ​ນັກ​ບິນ Daniel Edwards Cherry ຂັບຍິງ​ໃສ່​ຢູ່ ຮ່ວາ​ບິ່ງ. ​ເມື່ອ​ເຮືອບິນ​ຕົກ, ​ແຂນ​ທັງ​ສອງ​ຂ້າງ​ຂອງ​ທ່ານ​ຫັກ ຍ້ອນ​ອຸປະກອນ​ປ້ອງ​ກັນ​ຂອງ​ເຮືອບິນ​ຖືກ​ເປ່​ເພ… ​ເມື່ອ​ອອກ​ຈາກ​ກອງທັບ, ທ່ານ​ສືບ​ຕໍ່​ໄປ​ຮຽນ​ພາສາ​ຕ່າງປະ​ເທດ, ຮຽນ​ເສດຖະກິດ,  ​ສ້າງ​ຄອບຄົວ ​ແລ້ວ​ມີ​ລູກ 2 ຄົນ.

        ປີ 2007, ນາຍ​ພົນ​ກອງທັບ​ອາກາດ​ອາ​ເມ​ລິ​ກາ Daniel Edwards Cherry ມາ​ຢ້ຽມຢາມ​ຫວຽດນາມ ​ເພື່ອ​ຊອກ​ຫາ​ນັກ​ບິນ​ຫວຽດນາມ​ ຜູ້ທີ່​ຖືກ​ເຮືອບິນ​ຂອງ​ທ່ານ​ຍິງ​​ໃສ່​ໃນ​ບັ້ນ​ຮົບ​​ທາງ​ອາກາດ​ລະຫວ່າງ MIG 21 ຂອງ​ຫວຽດນາມ ກັບ F 4 , F 105 ລວມ 24 ລຳ​ຂອງອາ​ເມ​ລິ​ກາ​ເມື່ອ​ວັນ​ທີ 19/1/1972. ​ພາຍຫຼັງ​ໄດ້​ພົບ​ປະ​ກັບ​ທ່ານ  Nguyen Hong My. ​ເດືອນ 4/2009, ນາຍ​ພົນ​ Daniel Edwards Cherry ​ໄດ້​ເຊີນ​ນັກ​ບິນ Nguyen Hong My ​ໄປ​ອາ​ເມ​ລິ​ກາ. ​ແລະ ຜູ້​ວ່າການ​ລັດ Kentucky ​ໄດ້​ມອບ​ກຽດຕິຍົດ​ພັນ​ເອກ​​ໃຫ້​ແກ່​ອະດີດ​ນັກ​ບິນ Nguyen Hong My ​ໂດຍ​ການ​ເປັນ​ພິຍານ​ຫຼັກ​ຖານ​ຂອງ​ປະຊາຊົນ​ລັດ​ Kentucky ນີ້​ນັບ​ພັນ​ຄົນ. ​ໄປສະນີ​ອາ​ເມ​ລິ​ກາ​ໄດ້​ໃຊ້ຮູບ​ຂອງ​ທ່ານ Nguyen Hong My ​ເປັນ​ສະ​ແຕັມ ​ແລະ ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ກໍ່​ເຕື້ອງ​ເຖິງ​ຫຼາຍ​ເທື່ອ.

        ​ເຖິງ​ວ່າ​ສົງຄາມ​ໄດ້​ລ່ວງ​ເລີຍ​ໄປຫຼາຍ​ປີ​ແລ້ວກໍ່ຕາມ, ​ແຕ່​ເມື່ອ​ເຕື້ອງ​ເຖິງຊຸມ​ເດືອນ​ປີ​ແຫ່ງ​ການ​ສູ້​ຮົບ​ອັນ​ດຸ​ເດືອດ​ນັ້ນ, ທ່ານ​ຍັງ​ຄົງ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ອະດີດຕະການ​ອັນ​ພິລະ​ອາດ​ຫານ​ຂອງ​ຊາດ, ​ເຊິ່ງ​ໄດ້​ຕີ​ເອົາ​ຊະນະ​ສັດຕູ​ໃນ​ເຂດ​ນ່ານຟ້າ​ຢູ່​ພາກ​ເໜືອ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ